ໝົດບັນຫາສາຍຕາສອດຮູ້ Samsung ເປີດຕົວຟີເຈີໃໝ່ ປ້ອງກັນການແອບເບິ່ງໜ້າຈໍແບບມືອາຊີບ

ເຄີຍບໍ່? ເວລາຫຼິ້ນມືຖືຢູ່ເທິງລົດເມ ໃນລິບ ຫຼື ຢືນຕໍ່ຄິວ ແລ້ວຮູ້ສຶກຄືມີສາຍຕາປິດສະໜາກຳລັງຈ້ອງເບິ່ງໜ້າຈໍຂອງເຈົ້າຢູ່… ບໍ່ວ່າຈະເປັນການຕອບແຊັດສ່ວນຕົວ ຫຼື ກໍາລັງພິມລະຫັດຜ່ານສຳຄັນ ບັນຫາເຫຼົ່ານີ້ກຳລັງຈະໝົດໄປ.

ສ້າງ “ເຂດແດນສ່ວນຕົວ” ໃນພື້ນທີ່ສາທາລະນະ

Samsung ກຽມຍົກລະດັບຄວາມປອດໄພໃຫ້ກັບຜູ້ໃຊ້ Galaxy ດ້ວຍຟີເຈີໃໝ່ລ່າສຸດທີ່ອອກແບບມາເພື່ອຕໍ່ສູ້ກັບ “Shoulder Surfing” ຫຼື ການແອບເບິ່ງໜ້າຈໍຈາກທາງຫຼັງ. ຟີເຈີນີ້ບໍ່ໄດ້ເປັນພຽງການປິດບັງທຳມະດາ ແຕ່ມັນຄືການສ້າງ “ພື້ນທີ່ດິຈິຕອນສ່ວນຕົວ” ໃຫ້ເຈົ້າສະບາຍໃຈທຸກຄັ້ງທີ່ຢິບມືຖືຂຶ້ນມາໃຊ້ທ່າມກາງຝູງຊົນ.

ຄວາມໂດດເດັ່ນທີ່ເໜືອກວ່າ: ເລືອກປ້ອງກັນໄດ້ຕາມໃຈ

ຄວາມພິເສດຂອງລະບົບນີ້ແມ່ນ “ຄວາມຢືດຢຸ່ນ” ທີ່ Samsung ຈັດເຕັມມາໃຫ້:

1. ເລືອກສະເພາະແອັບ: ເຈົ້າສາມາດຕັ້ງຄ່າໃຫ້ລະບົບເຮັດວຽກສະເພາະແອັບທີ່ມີຂໍ້ມູນອ່ອນໄຫວເຊັ່ນ: ແອັບທະນາຄານ ຫຼື ແອັບແຊັດ.

2. ປົກປ້ອງສະເພາະຈຸດ: ສາມາດເລືອກປ້ອງກັນສະເພາະປ໊ອບອັບແຈ້ງເຕືອນ ເພື່ອບໍ່ໃຫ້ຄົນຂ້າງໆອ່ານຂໍ້ຄວາມທີ່ເດັ້ງຂຶ້ນມາໄດ້.

3. ປັບລະດັບການເບິ່ງເຫັນ: ປັບຄວາມເຂັ້ມງວດຂອງການບັງໜ້າຈໍໃຫ້ເໝາະສົມກັບສະຖານະການໃນເວລານັ້ນ.

ຟີເຈີນີ້ບໍ່ໄດ້ມາແບບຟລຸກໆ Samsung ໃຊ້ເວລາວິໄຈ ແລະ ທົດສອບພຶດຕິກຳຜູ້ໃຊ້ຕົວຈິງດົນເຖິງ 5 ປີ ໂດຍພັດທະນາຕໍ່ຍອດຈາກ Samsung Knox ລະບົບຄວາມປອດໄພລະດັບໂລກ ເພື່ອໃຫ້ໝັ້ນໃຈວ່າການປົກປ້ອງຂໍ້ມູນຈະບໍ່ໄປລົບກວນຄວາມລື່ນໄຫຼໃນການໃຊ້ງານ.

ກຽມພົບກັນໄວໆນີ້

Samsung ຢືນຢັນແລ້ວວ່າ ຟີເຈີປ້ອງກັນການແອບເບິ່ງນີ້ຈະກາຍເປັນມາດຕະຖານໃໝ່ຂອງສະມາດໂຟນ Galaxy ໃນອະນາຄົດອັນໃກ້. ຫຼາຍຝ່າຍຄາດການວ່າເຮົາອາດຈະໄດ້ເຫັນມັນເປັນຄັ້ງທຳອິດໃນ Samsung Galaxy S26 flagship ລຸ້ນຕໍ່ໄປທີ່ຈະມາປ່ຽນໂລກແຫ່ງຄວາມປອດໄພຂອງທ່ານ.

ແຫຼ່ງອ້າງອີງ: Samsung

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles