ໃນໂລກທີ່ເຕັມໄປດ້ວຍການແຂ່ງຂັນ , ຫຼາຍຄົນອາດຈະຕັ້ງຄຳຖາມວ່າ: “ຄົນທີ່ບໍ່ມີຕົ້ນທຶນຊີວິດ, ບໍ່ມີໃບປະລິນຍາສູງໆ ຈະສາມາດໄປໄດ້ໄກສໍ່າໃດ?” ຄຳຕອບນັ້ນຖືກພິສູດແລ້ວຜ່ານຊີວິດຂອງ Yang Lijuan ຍິງສາວຊາວຈີນ ຜູ້ທີ່ເລີ່ມຕົ້ນຈາກການເປັນພະນັກງານເສີບຄ່າແຮງຕໍ່າ ແຕ່ປັດຈຸບັນກາຍເປັນຜູ້ນຳທັບທຸລະກິດຮ້ານອາຫານລະດັບໂລກ ຢ່າງ Haidilao .
ຊີວິດຂອງ Yang ບໍ່ໄດ້ປູດ້ວຍດອກກຸຫຼາບ. ເນື່ອງຈາກຄອບຄົວມີບັນຫາໜີ້ສິນຢ່າງໜັກ, ລາວຈຶ່ງຕ້ອງຕັດສິນໃຈຢຸດຮຽນຕັ້ງແຕ່ອາຍຸ 16 ປີ ເພື່ອອອກມາເຮັດວຽກຫາເງິນ. ລາວເລີ່ມຕົ້ນອາຊີບດ້ວຍການເປັນ “ພະນັກງານເສີບ” ຢູ່ຮ້ານອາຫານ Haidilao ສາຂາທຳອິດໃນແຂວງເສສວນ. ໃນເວລານັ້ນ, ລາວເຮັດທຸກຢ່າງ: ຕັກນ້ຳຊຸບ, ເບິ່ງແຍງເດັກນ້ອຍໃຫ້ລູກຄ້າ, ລ້າງຖ້ວຍ, ຈົນໄປຮອດຂັດເກີບໃຫ້ລູກຄ້າກໍ່ມີ.
Yang ກ່າວຄືນເຖິງອະດີດວ່າ: “ຂ້ອຍບໍ່ມີທາງເລືອກອື່ນໃນຕອນນັ້ນ, ແຕ່ທຸກໆຢາດເຫື່ອມັນໄດ້ສອນໃຫ້ຂ້ອຍຮູ້ຈັກຄວາມອົດທົນ ແລະ ລະບຽບວິໄນໃນການໃຊ້ຊີວິດ”
ສິ່ງທີ່ເຮັດໃຫ້ Yang ແຕກຕ່າງຄື “ຫົວໃຈທີ່ໄຝ່ຮຽນຮູ້” . ໃນຂະນະທີ່ຄົນອື່ນພັກຜ່ອນຢູ່, Yang ໃຊ້ເວລາຫຼັງເລີກວຽກໃນຕອນກາງຄືນເພື່ອຮຽນຮູ້ທຸກຢ່າງ ມາໂດຍຕະຫຼອດ ບໍ່ວ່າຈະເປັນ ການບໍລິຫານ, ການຈັດການພະນັກງານ ແລະ ການແກ້ໄຂບັນຫາລູກຄ້າດ້ວຍຕົນເອງ.
ຄວາມຕັ້ງໃຈນີ້ເຮັດໃຫ້ເຈົ້າຂອງຮ້ານເຫັນແວວ ແລະ ມອບໂອກາດໃຫ້ລາວໄປຄຸມ ແລະບຸດເບີກ ສາຂາໃໝ່ຢູ່ເມືອງຊີອ່ານ ຕັ້ງແຕ່ອາຍຸຍັງນ້ອຍ .
ເມື່ອຮ້ານ Haidilao ປະເຊີນກັບວິກິດການຂະຫຍາຍຕົວໄວເກີນໄປຈົນຂາດທຶນໃນຊ່ວງປີ 2021 , Yang ແມ່ນຜູ້ທີ່ຖືກເລືອກໃຫ້ມາກູ້ສະຖານະການ. ລາວໄດ້ນຳພາໂຄງການ “Woodpecker” ເພື່ອປັບປຸງໂຄງສ້າງບໍລິສັດ, ສັ່ງປິດສາຂາທີ່ບໍ່ມີປະສິດທິພາບ ແລະ ປ່ຽນຜົນຂາດທຶນໃຫ້ກາຍເປັນກຳໄລມະຫາສານໄດ້ໃນເວລາພຽງບໍ່ດົນ .
ປັດຈຸບັນ, Yang Lijuan ດຳລົງຕຳແໜ່ງເປັນ CEO ຂອງ Super Hi International .
ຈາກເດັກເສີບທີ່ໄດ້ເງິນເດືອນພຽງບໍ່ເທົ່າໃດຮ້ອຍຢວນ, ກາຍມາເປັນນັກທຸລະກິດຍິງທີ່ມີຊັບສິນເປັນພັນລ້ານໂດລາ .
ບົດຮຽນນີ້! ຝາກເປັນແຮງບັນດານໃຈໃຫ້ທຸກຄົນທີ່ສູ້ຊີວິດ:
ບໍ່ມີໃຜຮູ້ອະນາຄົດໄດ້: ມື້ນີ້ທ່ານອາດຈະຢູ່ຈຸດທີ່ຕ່ຳສຸດ, ແຕ່ຖ້າທ່ານບໍ່ຢຸດຍ່າງ ທ່ານກໍມີໂອກາດໄປຮອດຈຸດສູງສຸດໄດ້ເຊັ່ນກັນ .
ຄວາມພະຍາຍາມບໍ່ເຄີຍທໍລະຍົດໃຜ: Yang ບອກວ່າລາວບໍ່ແມ່ນຄົນເກັ່ງມີພອນສະຫວັນ, ແຕ່ລາວແມ່ນຄົນທີ່ “ກ້າສູ້ກັບຄວາມລຳບາກ ແລະ ກ້າທີ່ຈະຄວ້າໂອກາດ” .
ຕົ້ນທຶນຊີວິດບໍ່ແມ່ນອຸປະສັກ: ການສຶກສາໃນຫ້ອງຮຽນອາດຈະສຳຄັນ, ແຕ່ການສຶກສາຈາກ “ຊີວິດຈິງ” ແລະ “ຄວາມຮັບຜິດຊອບ” ຄືກຸນແຈສູ່ຄວາມສຳເລັດທີ່ແທ້ຈິງ
ຢ່າຟ້າວຍອມແພ້ໃນວັນທີ່ທໍ້… ເພາະບາງທີ “ໂອກາດທີ່ຍິ່ງໃຫຍ່” ອາດຈະກຳລັງລໍຖ້າທ່ານຢູ່ໃນບົດຕໍ່ໄປຂອງຊີວິດ.
ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະສ້າງອະນາຄົດດ້ວຍມືຂອງເຮົາເອງໄດ້ .
ສູ້ໆເດີ ຄົນສູ້ຊີວິດທຸກຄົນ
ຂໍ້ມູນຈາກ: VN Express
ຮຽບຮຽງໂດຍ: Lao Youth Radio FM 90 MHz




