ເຈົ້າຊາຍອັບດຸນ ມາທິນ ແຫ່ງບຣູໄນ ໄດ້ລູກສາວແລ້ວ

ຄອບຄົວລາດຊະວົງແຫ່ງບຣູໄນ​ ໄດ້ມີຂ່າວດີ ເມື່ອ ເຈົ້າຊາຍ ອັບດຸນ ມາທີນ Abdul Mateen ແລະ ພະຊາຍາ Anisha Rosnah ໄດ້ໃຫ້ກຳເນີດພະທິດາ (ລູກສາວ) ອົງທຳອິດ ເມື່ອວັນອາທິດ ວັນທີ 8 ກຸມພາ 2026 ທີ່ຜ່ານມາ.

ເວລາປະສູດ: ພະທິດາປະສູດໃນເວລາ 8:50 ໂມງເຊົ້າ ຂອງວັນອາທິດ.

ການສະເຫຼີມສະຫຼອງ: ເພື່ອເປັນການຕ້ອນຮັບສະມາຊິກໃໝ່ຂອງລາດຊະວົງ, ໄດ້ມີການ ຍິງປືນໃຫຍ່ສະດຸດີ 17 ນັດ ຢູ່ບໍລິເວນພະລາດຊະວັງ Istana Nurul Iman ເຊິ່ງເປັນທີ່ປະທັບທາງການຂອງອົງຊຸນຕານ ແຫ່ງບຣູໄນ.

ສະຖານະການສືບລາດຊະບັນລັງ: ຕາມກົດມົນທຽນບານ ແລະ ລັດຖະທຳມະນູນຂອງບຣູໄນ ປີ 1959, ພະທິດາອົງນ້ອຍນີ້ ຈະບໍ່ມີສິດໃນການສືບລາດຊະບັນລັງ, ເນື່ອງຈາກກົດໝາຍກຳນົດໃຫ້ສະເພາະເຊື້ອພະວົງທີ່ເປັນ “ເພດຊາຍ” ເທົ່ານັ້ນທີ່ມີສິດສືບທອດຕຳແໜ່ງຊຸນຕານໄດ້.

ເຈົ້າຊາຍ Mateen (ອາຍຸ 34 ປີ) ແລະ ພະຊາຍາ Anisha (ອາຍຸ 31 ປີ) ໄດ້ເຂົ້າພິທີອະພິເສກສົມລົດຢ່າງຍິ່ງໃຫຍ່ເປັນເວລາ 10 ມື້ ໃນເດືອນມັງກອນ ປີ 2024 ເຊິ່ງເປັນຂ່າວໂດ່ງດັງໄປທົ່ວໂລກ.

ການປະກາດຂ່າວດີ: ກ່ອນໜ້ານີ້ໃນເດືອນຕຸລາ 2025, ເຈົ້າຊາຍ Mateen ໄດ້ໂພສຮູບພາບຂາວດຳໃນ Instagram ພ້ອມແຄັບຊັນວ່າ “And then there were 3” (ແລະ ແລ້ວພວກເຮົາກໍມີກັນ 3 ຄົນ) ເພື່ອເປັນການບອກໃຫ້ແຟນຄລັບຮູ້ວ່າກຳລັງຈະມີລູກ.

ເຈົ້າຊາຍ Mateen ເປັນພະໂອລົດອົງທີ 10 ຂອງສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແລະ ເປັນບຸກຄົນທີ່ມີຊື່ສຽງໂດ່ງດັງໃນໂລກອອນລາຍ ລວມທັງເປັນນັກກິລາໂປໂລທີມຊາດບຣູໄນອີກດ້ວຍ.

ຂໍ້ມູນຈາກ: VN Express

ຮຽບຮຽງໂດຍ: Lao Youth Radio FM 90 MHz

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles