ແຂວງສະຫວັນນະເຂດ ເຂັ້ມງວດທຳລາຍສິນຄ້າເຊື່ອມຄຸນນະພາບຫຼາຍລາຍການ ລວມມູນຄ່າກວ່າ 273 ລ້ານກີບ

ໃນວັນທີ 6 ກຸມພາ 2026, ທ່ານ ທິດຕະພອນ ໂກດວົງສີ ຫົວໜ້າຫ້ອງການອຸດສະຫະກຳ ແລະ ການຄ້າ ນະຄອນໄກສອນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານອຸດສາຫະກຳ ແລະ ການຄ້າ ປະຈຳປີ 2025 ແລະ ທິດທາງແຜນການ ຄາດຄະເນ ປະຕິບັດ ປີ 2026 ໂດຍໃນການຈັດຕັ້ງປະຕິບັດວຽກງານໃນຜ່ານມາ ສະແດງອອກດັ່ງນີ້ ໄດ້ຄຸ້ມຄອງການເກັບລາຍຮັບຄ່າທໍານຽມ, ຄ່າບໍລິການຕ່າງໆ ເພື່ອມອບເຂົ້າງົບປະມານຂອງນະຄອນ ປະຕິບັດໄດ້ 98 ລ້ານ 9 ແສນ ກວ່າກີບ.

ໃນນັ້ນ: ມີຄ່າທໍານຽມ 33 ລ້ານ9 ແສນ ກວ່າກີບ ເທົ່າກັບ 113% ຂອງແຜນການ, ຄ່າບໍລິການ 65 ລ້ານ ເທົ່າກັບ 100% ຂອງແຜນການ, ວຽກງານການຄຸມຄອງໂຮງງານອຸດສາຫະກຳປຸງແຕ່ງ ທົ່ວນະຄອນມີ 274 ຫົວໜ່ວຍ, ມີຂະໜາດນ້ອຍແບບຄອບຄົວມີ 119 ຫົວໜ່ວຍ, ໄດ້ຕໍ່ໃບຢັ້ງຢືນດຳເນີນກິດຈະການໂຮງງານປີ2025 ໄດ້ທັງໜົດ 152 ຫົວໜ່ວຍ ເທົ່າກັບ 98,7%, ສັ່ງຢຸດໂຈະຊົ່ວຄາວ 8 ຫົວໜ່ວຍ, ສ້າງຕັ້ງ ໃໜ່ 8 ຫົວໜ່ວຍ.

ໄດ້ລົງກວດກາ ສິນຄ້າເຊື່ອມຄຸນນະພາບ, ສິນຄ້າໝົດອາຍຸ, ສິນຄ້າເກືອດຫ້າມ ແລະ ສິນຄ້ານອກລະບົບ ຢູ່ທ້ອງຕະຫຼາດ ແລະ ບັນດາຮ້ານຄ້າເປົ້າໝາຍ 5 ຄັ້ງ ສາມາດກັກຢຶດ ສິນຄ້າໄດ້ ເຊື່ອມຄຸນ 38 ລາຍການ ລວມມູນ ຄ່າ 273 ລ້ານ ກວ່າກີບ ແລະ ໄດ້ລົງຮ່ວມກັບ ເຈົ້າໜ້າທີ່ພະແນກ ອຄຂ ລົງກວດກາ,ເກັບກຳຂໍ້ມູນ ແລະ ແກ້ໄຂຄົນຕ່າງປະເທດທີ່ມາລົງທຶນຄ້າຂາຍ,ດຳເນີນທຸລະກິດບໍຖືກຕ້ອງ ພາຍໃນນະຄອນ ໄດ້ 186 ຫົວໜ່ວຍ, ສ່ວນວຽກງານດ້ານອື່ນໆ ກໍ່ສາມາດຈັດຕັ້ງປະຕິບັດມີຜົນສຳເລັດຕາມຄາດໜາຍ.

ໃນໂອກາດ ຈັດກອງປະຊຸມໃນຄັ້ງນີ້ ບັນດາແຂກທີ່ເຂົ້າຮ່ວມ ຍັງໄດ້ຮ່ວມເປັນສັກຂີພິຍານ ໃນການທໍາລາຍສິນຄ້າໝົດອາຍຸ, ສິນຄ້າເກືອດຫ້າມ ແລະ ສິນຄ້ານອກລະບົບ ທີ່ໄດ້ມາຈາກການປະຕິບັດວຽກງານກວດກາການຄ້າ ແລະ ວຽກງານປົກປ້ອງຜູ້ຊົມໃຊ້ ເປັນຕົ້ນແມ່ນ ນ້ຳຫວານອັດລົມ, ຄິມຊອງແຕງໂມ, ເບຍສະຕິງ, ໂລຊັ້ນຜິວໃສ, ເຊລ້ຳທາໜ້າ, ສະບູຂັດຜິວ, ເຂົ້າໜົມອົມ, ຄິມກັນແດດ, ເຂົ້າໜົມຊ໋ອກໂກແລັດເບີເກີ້,ໃນຕາເວັ້ນ,ສະບູລ້າງໜ້າ,ກາເຟລວມ, ຄິມທາໜ້າລວມ ແລະ ອື່ນໆ ຕື່ມອີກ.

ທີ່ມາ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles