33 C
Vientiane
Saturday, February 7, 2026
spot_img

ສຳເລັດ ສາຍສົ່ງໄຟຟ້າ 500ກິໂລໂວນ ລາວ-ຈີນ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ​ ລາວ-ຈີນ ທາງເບື້ອງ ສປປ ລາວ ແລະ ສປ ຈີນ ໄດ້ເຊື່ອມຕໍ່ກັນຢ່າງສົມບູນແລ້ວ ໃນວັນທີ 5 ກຸມພາ 2026 ນີ້ ແລະ ຈະເລີ່ມການຜະລິດ ຢ່າງເຕັມທີ່ໃນເດືອນເມສາ 2026 ນີ້.

ໂຄງການດັ່ງກ່າວ, ເຊື່ອມຕໍ່ສະຖານີໄຟຟ້າ 500 ກິໂລໂວນ ນາໝໍ້ 3 ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ສປປ ລາວ ແລະ ພາກເໜືອເຊື່ອມຕໍ່ກັບສະຖານີໄຟຟ້າ 500 ກິໂລໂວນ ສິບສອງພັນນາ ໃນນະຄອນຈິງຮົງ ແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ, ມີຄວາມຍາວທັງໝົດ 177,5 ກິໂລແມັດ. ໃນນັ້ນ,​ ເບື້ອງ ສປປ ລາວ ຍາວ 32,5 ກິໂລແມັດ, ໄດ້ຮັບການລົງທຶນ ແລະ ກໍ່ສ້າງໂດຍບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T), ໄດ້ເລີ່ມຕົ້ນກໍ່ສ້າງຢ່າງເປັນທາງການ ໃນວັນທີ 26 ກຸມພາ 2025​ ທີ່ຜ່ານມາ.

ພາຍຫລັງໂຄງການດັ່ງກ່າວ ສຳເລັດແລ້ວ ຈະມີຄວາມສາມາດໃນການສົ່ງໄຟຟ້າສອງທິດທາງ 1,5 ລ້ານກິໂລວັດ, ສົ່ງພະລັງງານສະອາດປະມານ 3 ຕື້ກິໂລວັດຊົ່ວໂມງຕໍ່ປີ ແລະ ຫລຸດຜ່ອນການປ່ອຍກາກບອນອອກ ປະມານ 2,5 ລ້ານໂຕນ ຊຶ່ງຈະເປັນຊ່ອງທາງສີຂຽວສໍາລັບການເຊື່ອມຕໍ່ພະລັງງານໄຟຟ້າ ແລະ ການບໍລິໂພກພະລັງງານສະອາດໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ໃນລະຫວ່າງການກໍ່ສ້າງ, ທີມງານໂຄງການໄດ້ຍຶດໝັ້ນຫລັກການ ESG ຢ່າງຕໍ່ເນື່ອງ, ປັບປຸງແລວເສັ້ນທາງໃຫ້ດີທີ່ສຸດ ແລະ ນໍາໃຊ້ເຕັກນິກທີ່ທັນສະໄໝທີ່ສຸດ ແລະ ການປູກພືດປ່າຮ່ວມກັນ ເພື່ອຫລຸດຜ່ອນການຕັດໄມ້ທຳລາຍປ່າຕາມເສັ້ນທາງ ຫລາຍກວ່າ 83%, ປົກປ້ອງລະບົບນິເວດປ່າໄມ້ໃນທ້ອງຖິ່ນຢ່າງມີປະສິດທິພາບ. ພ້ອມກັນນັ້ນ, ພື້ນທີ່ເກັບກູ້ລະເບີດໄດ້ຖືກຂະຫຍາຍອອກໄປເປັນ 70 ແມັດ ທັງສອງຟາກຂອງແລວເສັ້ນທາງ, ເສີມຂະຫຍາຍຄວາມປອດໄພຂອງພື້ນທີ່ອ້ອມຂ້າງ.

ໂຄງການດັ່ງກ່າວ, ຍັງເປັນປະໂຫຍດຕໍ່ຊຸມຊົນທ້ອງຖິ່ນ, ໂຮງຮຽນປະຖົມບ້ານນາໝໍ້ໃຕ້ ໄດ້ສຳເລັດ ແລະ ມອບການນຳໃຊ້ແລ້ວ. ພ້ອມນີ້, ຍັງໄດ້ສຳເລັດການກໍ່ສ້າງ ແລະ ມອບ-ຮັບ ຫ້ອງສະໝຸດ CSG ຈຳນວນ 5 ແຫ່ງ ຊຶ່ງເປັນການປັບປຸງສະພາບການສຶກສາໃນໂຮງຮຽນທ້ອງຖິ່ນຂອງລາວ. ໂຄງການດັ່ງກ່າວ, ຍັງໄດ້ສ້າງວຽກເຮັດງານທໍາຫລາຍຮ້ອຍຕໍາເເໜ່ງ, ຝຶກອົບຮົມບຸກຄະລາກອນ ດ້ານເຕັກໂນໂລຊີພະລັງງານໄຟຟ້າໃນທ້ອງຖິ່ນຂອງລາວຢ່າງຫ້າວຫັນ ແລະ ປະກອບສ່ວນເຂົ້າໃນຄວາມສາມາດໃນການພັດທະນາຂອງພາກພື້ນ.

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ມີຈຸດໃຈກາງຢູ່ທີ່ສະຖານີໄຟຟ້າ 500 ກິໂລໂວນ ນ້ຳໝໍ້ 3, ຈະລວມເອົາແຫລ່ງພະລັງງານສະອາດອ້ອມຂ້າງ ເຊັ່ນ: ພະລັງງານແສງອາທິດ ແລະ ພະລັງງານນ້ຳ ຊຶ່ງຈະຊ່ວຍເສີມຂະຫຍາຍຄວາມສາມາດໃນການສະໜອງໄຟຟ້າເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ຈີນ ຢ່າງມີປະສິດທິພາບ ແລະ ປັບປຸງປະສິດທິພາບຂອງລະບົບໄຟຟ້າພາກເໜືອຂອງລາວ, ຊຸກຍູ້ສົ່ງເສີມການປັບປຸງຍົກລະດັບ ຂອງໂຄງສ້າງພະລັງງານ ແລະ ການພັດທະນາອຸດສາຫະກຳຂອງ ສປປ ລາວ.

ທີ່ມາ: ຂປລ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles