ຈາກການໄປທ່ຽວພັກຜ່ອນທີ່ແສນມີຄວາມສຸກຂອງຄອບຄົວໜຶ່ງ ກັບກາຍເປັນນາທີຊີວິດທີ່ໂລກຕ້ອງຈາລຶກ! ເມື່ອ Austin Appelbee ເດັກຊາຍອາຍຸພຽງ 13 ປີ ໄດ້ຕັດສິນໃຈເຮັດໃນສິ່ງທີ່ເກີນຂີດຈຳກັດຂອງມະນຸດ ເພື່ອຊ່ວຍຊີວິດຄົນທີ່ລາວຮັກທີ່ສຸດໄວ້.
ເລື່ອງລາວເກີດຂຶ້ນຢູ່ແຄມຝັ່ງທະເລ Quindalup ປະເທດອົດສະຕຣາລີ ໃນຂະນະທີ່ Austin ພ້ອມດ້ວຍແມ່, ນ້ອງຊາຍ (12 ປີ) ແລະ ນ້ອງສາວ (8 ປີ) ກຳລັງພາຍເຮືອຄາຍັກ ແລະ ຫຼິ້ນແພດເດິລບອດ (Paddleboard) ຢ່າງມ່ວນຊື່ນ. ແຕ່ທັນໃດນັ້ນ, ກະແສລົມໄດ້ພັດເອົາພວກເຂົາ 4 ແມ່ລູກອອກຫ່າງຈາກຝັ່ງໄປໄກເຖິງ 14 ກິໂລແມັດ ຈົນບໍ່ສາມາດກັບເຂົ້າມາໄດ້.
ໃນສະຖານະການທີ່ມືດມົນ ແລະ ຄວາມຫວັງເລີ່ມໝົດໄປນັ້ນ, ແມ່ຂອງ Austin ໄດ້ຕັດສິນບອກລູກຊາຍກົກຜູ້ທີ່ມີຄວາມກ້າຫານທີ່ສຸດ ໃຫ້ລອຍນ້ຳກັບໄປຫາຝັ່ງເພື່ອຂໍຄວາມຊ່ວຍເຫຼືອ.
Austin ຕ້ອງຜະເຊີນກັບຄື້ນທີ່ສູງໃຫຍ່ ແລະ ກະແສນ້ຳທີ່ປັ່ນປ່ວນ:
2 ຊົ່ວໂມງທຳອິດ: ລາວລອຍນ້ຳພ້ອມກັບເສື້ອຊູຊີບ, ແຕ່ມັນເຮັດໃຫ້ລາວລອຍໄດ້ຊ້າລົງ.
Austin ຈຶ່ງຕັດສິນໃຈ “ແກ້ເສື້ອຊູຊີບອອກ” ເພື່ອໃຫ້ລອຍນ້ຳໄດ້ໄວຂຶ້ນ ເຖິງວ່າມັນຈະສ່ຽງຕໍ່ການຈົມນ້ຳກໍຕາມ.
ໃນລະຫວ່າງທີ່ລອຍນ້ຳຢ່າງໂດດດ່ຽວທ່າມກາງທະເລເລິກນັ້ນ, ລາວເລົ່າວ່າ: ລາວພະຍາຍາມຄິດເຖິງເລື່ອງທີ່ມີຄວາມສຸກທີ່ສຸດ ແລະ ຮ້ອງເພງກາຕູນ “Thomas the Tank Engine” ໃນໃຈ ເພື່ອບໍ່ໃຫ້ຄວາມຢ້ານກົວກັດກິນຈິດໃຈລາວ.
ຫຼັງຈາກລອຍນ້ຳມາໄດ້ 4 ຊົ່ວໂມງເຕັມ, ໃນທີ່ສຸດ Austin ກໍສາມາດຂຶ້ນຝັ່ງໄດ້ ແລະ ຮີບແຈ້ງເຈົ້າໜ້າທີ່ກູ້ໄພທັນທີ. ບໍ່ດົນຫຼັງຈາກນັ້ນ, ເຮືອກູ້ໄພ ແລະ ເຮືອບິນເຮລິຄອບເຕີ ກໍໄດ້ອອກປະຕິບັດການ ແລະ ສາມາດຊ່ວຍເຫຼືອແມ່ ແລະ ນ້ອງໆຂອງລາວໄວ້ໄດ້ຢ່າງປອດໄພ ໃນເວລາ 20:30 ໂມງ
.
ເຈົ້າໜ້າທີ່ກູ້ໄພທາງທະເລ ໄດ້ເວົ້າວ່າ: ສິ່ງທີ່ Austin ເຮັດນັ້ນແມ່ນ “Superhuman” ຫຼື ເໜືອມະນຸດຢ່າງແທ້ຈິງ. ຄວາມກ້າຫານ, ສະຕິ ແລະ ການຕັດສິນໃຈທີ່ເດັດດ່ຽວຂອງເດັກຊາຍໄວພຽງ 13 ປີຄົນນີ້ ໄດ້ກາຍເປັນບົດຮຽນ ແລະ ແຮງບັນດານໃຈໃຫ້ກັບຄົນທົ່ວໂລກ ວ່າ: “ໃນຍາມວິກິດ, ຄວາມຮັກ ແລະ ຄວາມຕັ້ງໃຈ ສາມາດສ້າງປາຕິຫານໄດ້ສະເໝີ.”
ທີ່ມາ: VN Express
ຮຽບຮຽໂດຍ Lao Youth Radio FM 90 MHz

