24 C
Vientiane
Sunday, February 8, 2026

ກຽມກໍ່ສ້າງ ວິທະຍາໄລມິດຕະພາບ ລາວ-ຫວຽດນາມ ແລະ ໂຄງການອື່ນໆ

ໃນ​ໂອກາດ​ທີ່​ ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 5 ກຸມພາ 2026 ນີ້​ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ຕໍ່ສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ທີ່ສືບຕໍ່ມີການຂະຫຍາຍຕົວຮອບດ້ານ, ເລິກເຊິ່ງ, ກ້າວສູ່ລະດັບສູງໃໝ່ ແລະ ມີຄຸນນະພາບໃໝ່ ໃນທຸກຂົງເຂດວຽກງານ ເປັນຕົ້ນ ການຮ່ວມມືດ້ານການເມືອງສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ໃກ້ຊິດສະໜິດສະໜົມ ແລະ ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ ແລະ ອື່ນໆ ນັບມື້ໄດ້ຮັບການເພີ່ມທະວີ ແລະ ນໍາເອົາຜົນປະໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ພິເສດ, ສອງຝ່າຍໄດ້ຢືນຢັນຄືນ ກ່ຽວກັບ ການເພີ່ມພູນຄູນສ້າງ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະ ປະຈໍາປີ 2026 ລະຫວ່າງ ສອງກົມການເມືອງ ລາວ-ຫວຽດນາມ ຊຶ່ງໄດ້ກໍານົດທິດທາງຍຸດທະສາດໃນການຮ່ວມມືໃນໄລຍະໃໝ່ ໃຫ້ມີຄວາມແທດເໝາະກັບຕົວຈິງ ແລະ ມີໝາກຜົນກວ່າເກົ່າ ກໍຄື ຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ສອງລັດຖະບານ ຊຶ່ງໄດ້ສ້າງບາດກ້າວບຸກທະລຸໃໝ່ ໃນການຊຸກຍູ້ບັນດາໂຄງການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ ແລະ ວິທະຍາສາດ-ເຕັກນິກ ໃຫ້ມີຄວາມຄືບໜ້າ ແລະ ນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງຊາດໃຫ້ນັບມື້ນັບຫລາຍຂຶ້ນ.​

ເປັນຕົ້ນ ໂຄງການທ່າເຮືອຫວຸງອາງ, ໂຄງການພັດທະນາເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ຫວຸງອາງ, ໂຄງການສ້າງສາຍສົ່ງໄຟຟ້າ 500 Kv ແຕ່ພາກເໜືອຂອງລາວ ໄປຫາພາກເໜືອຂອງຫວຽດນາມ, ໂຄງການສ້າງເສັ້ນທາງມິດຕະພາບລາວ-ຫວຽດນາມ ລຽບຕາມບໍລິເວນຊາຍແດນທີ່ມີຄວາມຍາວປະມານ 200 ກິໂລແມັດ ຢູ່ເບື້ອງລາວ, ໂຄງການສ້າງສາງເກັບນໍ້າມັນ ຫລື ການສ້າງລະບົບທໍ່ສົ່ງ, ໂຄງການສ້າງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ຢູ່ ສປປ ລາວ ແລະ ອື່ນໆ ລວມທັງການກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫລີມສະຫລອງ “ປີສາມັກຄີມິດຕະພາບລາວ-ຫວຽດນາມ 2027” ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ມີຄວາມໝາຍອັນເລິກເຊິ່ງ.

ການພົບປະສອງຝ່າຍຄັ້ງນີ້ ແມ່ນເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ຊຶ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນອັນຈົບງາມຂອງການພົບປະດັ່ງກ່າວ ແລະ ເຊື່ອໝັ້ນວ່າ ຜົນສຳເລັດດັ່ງກ່າວ ຈະເປັນແຮງຊຸກຍູ້ອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນແບບພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກ ຂອງສອງຊາດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນ ໃນລະດັບໃໝ່ທີ່ສູງກວ່າເກົ່າ.

ພາຍຫລັງສໍາເລັດການພົບປະ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ໂຕເລິມ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 6 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງ​ ສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ວ່າດ້ວຍການສ້າງຕັ້ງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ຢູ່ ສປປ ລາວ; ບົດບັນທຶກການມອບ-ຮັບປຶ້ມ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ; ແຜນການຮ່ວມມື ປີ 2026 ລະຫວ່າງ ກະຊວງຍຸຕິທຳແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ; ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ລະຫວ່າງ ແຂວງຫລວງນ້ຳທາ ແລະ ແຂວງຟູເຖາະ; ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງ ແຂວງບໍ່ແກ້ວ ແລະ ແຂວງຟູເຖາະ ແລະ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ລະຫວ່າງ ແຂວງຫລວງພະບາງ ແລະ ແຂວງຟູເຖາະ.

ທີ່ມາ: ຂປລ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles