ມາແລ້ວ!! ທຶນການສຶກສາຂອງ Harbin Engineering University ສປ.ຈີນ ສາລັບສົກຮຽນ 2026-2027

ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງທຸກພາກສ່ວນ ທົ່ວປວງຊົນຊາບວ່າ: Harbin Engineering University ສປ.ຈີນ ເປີດຮັບສະຫມັກນັກສຶກສາ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ, ຫຼັກສູດການຮຽນ ເປັນພາສາຈີນ ຫຼື ພາສາອັງກິດ.

I. ເງື່ອນໄຂຜູ້ສະຫມັກ

ຕ້ອງເປັນພົນລະເມືອງລາວ/ຖືສັນຊາດລາວ, ມີສຸຂະພາບທາງກາຍ ແລະ ຈິດໃຈແຂງແຮງດີ; ຜູ້ສະຫມັກລະດັບປະລິນຍາຕີອາຍຸບໍ່ເກີນ 25 ປີ, ປະລິນຍາໂທບໍ່ເກີນ 35 ປີ ແລະ ປະລິນຍາເອກບໍ່ເກີນ 40 ປີ; ມີຜົນການຮຽນດີ ຄະແນນບໍ່ຕໍ່າກວ່າ 75 (ຄະແນນສ່ວນຮ້ອຍ)

II. ເອກະສານການສະຫມັກ

1) ສໍາເນົາໃບປະກາສະນິຍະບັດ ແລະ ໃບຄະແນນ ລະດັບສູງສຸດ;

2) ຫນັງສືແນະນໍາຈາກຫົວຫນ້າ ຫຼື ອາຈານ ຈໍານວນ 02 ສະບັບ Two Recommendation Letters (ສໍາລັບຜູ້ ສະຫມັກຮຽນລະດັບປະລິນຍາໂທ ແລະ ປະລິນຍາເອກ);

3) ໃບຢັ້ງຢືນການສອບເສັງລະດັບພາສາຈີນ HSK ລະດັບ 4 ຂື້ນໄປຕາມລໍາດັບ ສໍາລັບຜູ້ສະຫມັກຮຽນຫຼັກສູດ ພາສາຈີນ ແລະ ໃບຢັ້ງຢືນຄະແນນ IELTS≥6.0 ຫຼື TOEFL≥90 ສໍາລັບຜູ້ສະຫມັກຮຽນຫຼັກສູດພາສາ ອັງກິດ;

4) ມີໃບຢັ້ງຢືນຜົນການສອບເສັງ CSCA (ສໍາລັບຜູ້ສະຫມັກຮຽນລະດັບປະລິນຍາຕີ); ແຜນການຮຽນສະບັບພາສາຈີນ ຫຼື ພາສາອັງກິດ;

5) ໃບກວດສຸຂະພາບຕາມແບບຟອມທີ່ກໍານົດ;

6) ສໍາເນົາຫນັງສືຜ່ານແດນ; ໃບແຈ້ງໂທດສະບັບເປັນພາສາອັງກິດ;

7) Bank Statement (ສໍາລັບຜູ້ສະຫມັກຮຽນລະດັບປະລິນຍາຕີ)

III. ວິທີສະຫມັກ

ທຶນການສຶກສາຂອງ Harbin Engineering University ແບ່ງອອກເປັນ 2 ປະເພດຄື:

1) ທຶນ CSC ມະຫາວິທະຍາໄລ: ຜູ້ທີ່ສົນໃຈຫມັກ ໃຫ້ລົງທະບຽນ ແລະ ສະຫມັກອອນລາຍຜ່ານເວັບໄຊ www.campuschina.org ໂດຍເລືອກເອົາທຶນປະເພດ B ແລະ ໃສ່ລະຫັດ Agency number 10217, ພາຍຫຼັງລົງທະບຽນໃນເວັບໄຊຂອງ CSC ສໍາເລັດແລ້ວໃຫ້ຜູ້ສະຫມັກສົ່ງເອກະສານດັ່ງກ່າວ ເຂົ້າອີເມວ dingjie-thip@hrbeu.edu.cn.

2) ທຶນມະຫາວິທະຍາໄລ ມີລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ, ຊື່ງມີລາຍລະອຽດດັ່ງລຸ່ມນີ້:

ທຶນລະດັບປະລິນຍາຕີແບ່ງອອກເປັນ 3 ລະດັບຄື: ທຶນລະດັບທີ 1 ຍົກເວັ້ນຄ່າຮຽນ ແລະ ມີເງິນເບ້ຍລ້ຽງ 1500ຢວນ/ເດືອນ; ລະດັບທີ 2 ຍົກເວັ້ນຄ່າຮຽນ 100%; ລະດັບທີ 3 ຍົກເວັ້ນຄ່າຮຽນ 50%.

ທຶນລະດັບປະລິນຍາໂທແບ່ງອອກເປັນ 3 ລະດັບຄື: ທຶນລະດັບທີ 1 ຍົກເວັ້ນຄ່າຮຽນ ແລະ ມີເງິນເບ້ຍລ້ຽງ 2000ຢວນ/ເດືອນ; ລະດັບທີ 2 ຍົກເວັ້ນຄ່າຮຽນ 100%; ລະດັບທີ 3 ຍົກເວັ້ນຄ່າຮຽນ 50%.

ທຶນລະດັບປະລິນຍາເອກແບ່ງອອກເປັນ 3 ລະດັບຄື: ທຶນລະດັບທີ 1 ຍົກເວັ້ນຄ່າຮຽນ ແລະ ມີເງິນ ເບ້ຍລ້ຽງ 3000ຢວນ/ເດືອນ; ລະດັບທີ 2 ຍົກເວັ້ນຄ່າຮຽນ 100%; ລະດັບທີ 3 ຍົກເວັ້ນຄ່າຮຽນ 50%.

ຜູ້ທີ່ສົນໃຈສະຫມັກທຶນດັ່ງກ່າວແມ່ນໃຫ້ກະກຽມເອກະສານຕ່າງໆທີ່ກ່ຽວຂ້ອງແລ້ວສົ່ງເຂົ້າອີເມວ dingjie- thip@hrbeu.edu.cn . ພາຍຫຼັງລົງທະບຽນສໍາເລັດແລ້ວໃຫ້ຜູ້ສະຫມັກປິ່ນແບບຟອມສະຫມັກ ຈໍານວນ 1 ສະບັບ ສົ່ງ ມາຍັງພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ (ຫ້ອງ 107-108, ຊັ້ນ 1 ຂອງອາຄານ 4 ຊັ້ນ, ເຂດສະຫນາມ ກິລາເຈົ້າອານຸວົງ) ກົມກິດຈະການນັກສຶກສາ, ກະຊວງສຶກສາທິການ ແລະ ກິລາ. ມື້ປິດຮັບເອກະສານສະຫມັກ ວັນ ພະຫັດ ວັນທີ 30 ເມສາ 2026.

ສາຂາວິຊາຮຽນສາມາດເຂົ້າເບີ່ງໃນເວັບໄຊຂອງ ມະຫາວິທະຍາໄລ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles