ລາວວາງຍຸດທະສາດ ແຫ່ງຊາດດ້ານປັນຍາປະດິດ (AI) ພາຍໃຕ້ກອບຈັນຍາບັນຂອງ UNESCO

ນະຄອນຫຼວງວຽງຈັນ, 27 ມັງກອນ 2026, ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ປະກາດວ່າ ຍຸດທະສາດ ປັນຍາປະດິດ (AI) ແຫ່ງຊາດ ຂອງຕົນ ແມ່ນຈະອີງໃສ່ຜົນການຄົ້ນພົບຈາກ ວິທີການປະເມີນຄວາມພ້ອມທາງດ້ານຈັນຍາບັນ AI ຫຼື AI Ethics Readiness Assessment Methodology (RAM) ຂອງ ອົງການ UNESCO ເພື່ອນຳພາການພັດທະນາ ປັນຍາປະດິດ ຢ່າງມີຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມ.

‘ພວກເຮົາຮັບຮູ້ເຖິງທ່າແຮງອັນມະຫາສານຂອງ AI ໃນການທັນສະໄໝເສດຖະກິດ, ກະສິກຳ, ການສຶກສາ, ການທ່ອງທ່ຽວ, ວັດທະນະທຳ ແລະ ການປົກຄອງຂອງພວກເຮົາ,’ ທ່ານ ສັນຕິສຸກ ສິມມະລະວົງ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວ. ‘ການປະເມີນນີ້ເປັນເຂັມທິດຍຸດທະສາດຂອງພວກເຮົາ. ມັນໃຫ້ແຜນການສຳລັບການພັດທະນາວິທີແກ້ໄຂ AI ພາຍໃນປະເທດທີ່ເຄົາລົບອັດຕະລັກວັດທະນະທຳຂອງພວກເຮົາ, ຍັງຄົງເຊື່ອມຕໍ່ກັບໂລກ, ເຊື່ອມຊ່ອງຫວ່າງດິຈິຕອລ, ແລະ ຮັບປະກັນວ່າຄວາມກ້າວໜ້າທາງເຕັກໂນໂລຊີຈະເປັນປະໂຫຍດຕໍ່ພົນລະເມືອງລາວທຸກຄົນ.’

ການປະກາດດັ່ງກ່າວໄດ້ເກີດຂຶ້ນທີ່ກອງປະຊຸມປະຈຳຊາດກ່ຽວກັບ ປັນຍາປະດິດ, ຈັດຮ່ວມກັນໂດຍກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ອົງການ UNESCO, ຮ່ວມມືກັບ United Nations Country Team. ກອງປະຊຸມດັ່ງກ່າວໄດ້ເປັນຈຸດເລີ່ມຕົ້ນຢ່າງເປັນທາງການ ຂອງບົດລາາຍງານ Lao PDR RAM Country Report, ອີງໃສ່ການປະເມີນຄວາມພ້ອມແຫ່ງຊາດທີ່ເລີ່ມຕົ້ນໃນເດືອນມັງກອນ 2025.

RAM ໃຫ້ພາບທີ່ອີງໃສ່ຫຼັກຖານ ກ່ຽວກັບຄວາມພ້ອມຂອງ ສປປ ລາວ ໃນການຄຸ້ມຄອງ AI ໃນຂົງເຂດຕ່າງໆ ລວມທັງນະໂຍບາຍ ແລະ ລະບຽບການ, ການປະສານງານສະຖາບັນ, ຄວາມສາມາດຂອງມະນຸດ, ໂຄງສ້າງພື້ນຖານ, ແລະ ຜົນກະທົບທາງສັງຄົມ ແລະ ວັດທະນະທຳ. ໃນຂະນະທີ່ ສປປ ລາວ ໄດ້ມີຄວາມຄືບໜ້າໃນການຄຸ້ມຄອງ ດິຈິຕອນ ຜ່ານ ICT, e-government ແລະ ນະໂຍບາຍເສດຖະກິດດິຈິຕອນ, ການປະເມີນໄດ້ເນັ້ນໃສ່ສິ່ງທ້າທາຍທີ່ກ່ຽວຂ້ອງກັບຄວາມບໍ່ສະເໝີພາບ ໃນການເຂົ້າເຖິງເຕັກໂນໂລຊີ, ການພັດທະນາທັກສະ, ແລະ ຄວາມສາມາດດ້ານການຄົ້ນຄວ້າ.

‘ການລົງທຶນໃນການຄົ້ນຄວ້າ ແລະ ການພັດທະນາແມ່ນພື້ນຖານສຳຄັນເພື່ອຮັບປະກັນວ່າ ປັນຍາປະດິດ ຈະສ້າງຄຸນຄ່າທາງສັງຄົມ ແລະ ເສດຖະກິດທີ່ແທ້ຈິງ,’ ທ່ານ Soohyun Kim, ຜູ້ອຳນວຍການພາກພື້ນຂອງ UNESCO ທີ່ນະຄອນຫຼວງ ບາງກອກ ປະເທດໄທ ໄດ້ກ່າວ. ‘ຍຸດທະສາດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳແຫ່ງຊາດຂອງ ສປປ ລາວ ໄດ້ກຳນົດທິດທາງທີ່ຊັດເຈນ ແລະ ມີຄວາມໄຝ່ຝັນ, ລວມທັງການເພີ່ມການລົງທຶນ ໃນການຄົ້ນຄວ້າ ແລະ ການພັດທະນາ R&D ຢ່າງຫຼວງຫຼາຍພາຍໃນປີ 2040. ໃນຂະນະທີ່ການຮຽນຮູ້ ແລະ ການສອນມີການພັດທະນາຢ່າງໄວວາ ໃນສັງຄົມທີ່ເປັນໄວໜຸ່ມ ແລະ ມີການເຊື່ອມຕໍ່ສູງ, RAM ໄດ້ເນັ້ນໃສ່ຄວາມສຳຄັນຂອງລະບົບການສຶກສາ ທີ່ມີວິໄສທັດໄປຂ້າງໜ້າ. UNESCO ພ້ອມທີ່ຈະສະໜັບສະໜູນ ສປປ ລາວ ໃນການປ່ຽນຫຼັກການ AI ດ້ານຈັນຍາບັນ ໄປສູ່ນະໂຍບາຍແຫ່ງຊາດ ແລະ ການປະຕິບັດທີ່ຊັດເຈນ.’

ກ່າວໃນນາມຂອງ United Nations Country Team, ທ່ານ Bakhodir Burkhanov, ຜູ້ປະສານງານຖາວອນຂອງ UN ໃນ ສປປ ລາວ, ໄດ້ເນັ້ນໃສ່ການຈັບເວລາ ຍຸດທະສາດຂອງການປະກາດນີ້ ໃນຂະນະທີ່ ສປປ ລາວ ເລີ່ມປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10, ‘ບ່ອນທີ່ການປ່ຽນແປງດິຈິຕອລເປັນຕົວຊ່ວຍສຳຄັນຂອງການເຕີບໂຕ.’

ທ່ານກ່າວວ່າ RAM ‘ໃຫ້ຄວາມເຂົ້າໃຈທີ່ມີໂຄງສ້າງ ແລະ ອີງໃສ່ຫຼັກຖານ ກ່ຽວກັບຄວາມພ້ອມຂອງ ສປປ ລາວ ໃນການຄຸ້ມຄອງ ປັນຍາປະດິດ, ບໍ່ພຽງແຕ່ຈາກທັດສະນະດ້ານເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງລວມເຖິງດ້ານຈັນຍາບັນ, ການມີສ່ວນຮ່ວມ, ການປະສານງານສະຖາບັນ ແລະ ການຄຸ້ມຄອງ ໃນຂະນະທີ່ລາວກ້າວໄປຂ້າງໜ້າໃນການເດີນທາງປ່ຽນແປງດິຈິຕອລຂອງຕົນ.’

ກອງປະຊຸມແຫ່ງຊາດດັ່ງກ່າວໄດ້ນຳເອົາຜູ້ເຂົ້າຮ່ວມປະມານ 250 ຄົນ, ລວມທັງຕົວແທນຈາກກະຊວງຕ່າງໆຂອງລັດຖະບານ, ອົງການຂອງ UN, ຄູ່ຮ່ວມມືດ້ານການພັດທະນາ, ສະຖາບັນການສຶກສາ, ພາກເອກະຊົນ ແລະ ສັງຄົມພົນລະເມືອງ. ສປປ ລາວ ແມ່ນໜຶ່ງໃນ 77 ປະເທດທົ່ວໂລກ ແລະ 8 ປະເທດໃນອາຊີຕາເວັນອອກສຽງໃຕ້ ທີ່ໃຊ້ເຄື່ອງມືຂອງ UNESCO ເພື່ອແຈ້ງຂໍ້ມູນການສ້າງນະໂຍບາຍ ປັນຍາປະດິດແຫ່ງຊາດ.

ຮຽບຮຽງຈາກ: UNESCO

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles