ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນ້ຳທາ ໄດ້ອອກແຈ້ງການເລກທີ 1049/ສກຂ, ລົງວັນທີ 8 ມິຖຸນາ 2026 ເຖິງນັກສຶກສາລາວທຸກຄົນທີ່ກຳລັງສຶກສາຢູ່ ສປ ຈີນ. ເນື່ອງຈາກຜ່ານມາ ພົບວ່າມີນັກສຶກສາລາວຈຳນວນໜຶ່ງ ໄດ້ລັກລອບນຳເອົາ “ໃບກະທ່ອມ” ຈາກລາວເຂົ້າໄປ ສປ ຈີນ ດ້ວຍການພົກພາສ່ວນຕົວ ຫຼື ສົ່ງທາງໄປສະນີ ເພື່ອເສບ ແລະ ແຈກຢາຍ.
ທາງພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນ້ຳທາ ຈຶ່ງໄດ້ເນັ້ນໜັກຂໍ້ຫ້າມ ແລະ ມາດຕະການ ດັ່ງນີ້:
ລັດຖະບານ ສປ ຈີນ ໄດ້ກຳນົດໃຫ້ໃບກະທ່ອມ ເປັນສານເສບຕິດຜິດກົດໝາຍ ແລະ ເປັນສານອອກລິດເຕືອນປະສາດ ທີ່ຖືກຄວບຄຸມຢ່າງເຂັ້ມງວດ ມາຕັ້ງແຕ່ວັນທີ 1 ກໍລະກົດ 2024.
ການເສບໃບກະທ່ອມເປັນເວລາດົນ ຈະທຳລາຍຕັບຢ່າງຮຸນແຮງ, ເຮັດໃຫ້ຜິດປົກກະຕິທາງຈິດ, ຮ່າງກາຍຈ່ອຍຜອມ ແລະ ຫາກເສບຮ່ວມກັບເຄື່ອງດື່ມທີ່ມີທາດເຫຼົ້າ ຈະເພີ່ມຄວາມອັນຕະລາຍເຖິງຊີວິດເປັນສອງເທົ່າ.
ຫ້າມນັກສຶກສາລາວ ພົກພາ, ລັກລອບ, ສົ່ງທາງໄປສະນີ, ເສບ ຫຼື ມີໃບກະທ່ອມໄວ້ໃນຄອບຄອງຢ່າງເດັດຂາດ.
ຜູ້ໃດທີ່ລະເມີດກົດໝາຍສະບັບນີ້ ຈະຖືກດຳເນີນຄະດີອາຍາຢູ່ ສປ ຈີນ ໂດຍມີໂທດຈຳຄຸກຕັ້ງແຕ່ 3 ປີ ຂຶ້ນໄປ ຈົນເຖິງຂັ້ນຈຳຄຸກຕະຫຼອດຊີວິດ.
ສະນັ້ນ, ຈຶ່ງແຈ້ງໃຫ້ນັກສຶກສາລາວທຸກຄົນ ຈົ່ງມີສະຕິລະວັງຕົວສູງ, ຢູ່ຫ່າງໄກຈາກຢາເສບຕິດ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ ເພື່ອອະນາຄົດຂອງຕົນເອງ ແລະ ຄອບຄົວ.




