ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ອອກແຈ້ງການສະບັບເລກທີ 1096/ຫກ.ກຕສ, ລົງວັນທີ 10 ມິຖຸນາ 2026 ເຖິງບັນດາຜູ້ຊົມໃຊ້ສື່ສັງຄົມອອນລາຍໃນທົ່ວສັງຄົມ ກ່ຽວກັບການເພີ່ມສະຕິ ແລະ ຄວາມລະມັດລະວັງໃນການນຳໃຊ້ສື່ສັງຄົມອອນລາຍ ເນື່ອງຈາກໃນປັດຈຸບັນ, ກຸ່ມມິດສາຊີບ (ອາດຊະຍາກອນທາງໄຊເບີ) ໄດ້ມີການຫັນປ່ຽນ ແລະ ນຳໃຊ້ກົນອຸບາຍ ພ້ອມທັງຮູບແບບໃໝ່ໆ ທີ່ມີຄວາມແຍບຍົນ ໃນການຕົ້ມຕຸ໋ນ-ຫຼອກລວງ ເພື່ອເຈາະເອົາຂໍ້ມູນສ່ວນຕົວຂອງຜູ້ຊົມໃຊ້.
ອີງຕາມການລາຍງານ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ຮູ່ວ່າ: ກຸ່ມມິດສາຊີບໄດ້ນຳໃຊ້ວິທີການຫຼອກລວງຜ່ານສື່ສັງຄົມອອນລາຍຕ່າງໆ ເພື່ອລັກລອບເອົາຂໍ້ມູນສ່ວນຕົວ, ລະຫັດຜ່ານ (Password) ຕະຫຼອດຮອດລະຫັດຢືນຢັນຕົວຕົນ ເພື່ອນຳໄປໃຊ້ເປັນເຄື່ອງມືໃນການເຂົ້າເຖິງບັນຊີທະນາຄານຂອງຜູ້ເສຍຫາຍ. ຫຼັງຈາກນັ້ນ, ພວກເຂົາຈະດຳເນີນທຸລະກຳທາງການເງິນ ຫຼື ໂອນເງິນອອກຈາກບັນຊີຂອງຜູ້ຖືກເຄາະຮ້າຍ ເຮັດໃຫ້ເກີດຄວາມເສຍຫາຍທາງດ້ານຊັບສິນເປັນຈຳນວນຫຼວງຫຼາຍ.
ເພື່ອຮັບປະກັນຄວາມປອດໄພໃນການນຳໃຊ້ສື່ສັງຄົມອອນລາຍ ແລະ ປ້ອງກັນບໍ່ໃຫ້ປະຊາຊົນຕົກເປັນເຫຍື່ອຂອງກຸ່ມອາດຊະຍາກອນດັ່ງກ່າວ, ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ອອກຄຳແນະນຳ ແລະ ມາດຕະການປ້ອງກັນ 5 ຂໍ້ສຳຄັນ ໃຫ້ທົ່ວສັງຄົມຈັດຕັ້ງປະຕິບັດຢ່າງເຂັ້ມງວດ ດັ່ງນີ້:
1. ຢ່າຟ້າວຫຼົງເຊື່ອ ແລະ ປະຕິບັດຕາມ: ຫາກມີບຸກຄົນໃດໜຶ່ງໂທລະສັບ ຫຼື ສົ່ງຂໍ້ຄວາມມາ ເພື່ອແຈ້ງໃຫ້ທ່ານບອກລະຫັດຄັ້ງດຽວ (OTP – One Time Password), ລະຫັດຜ່ານ (Password), ຂໍ້ມູນບັດປະຈຳຕົວ ຫຼື ຮຽກຮ້ອງໃຫ້ສະແກນໃບໜ້າ.
2. ຢ່າກົດລິ້ງ (Link) ທີ່ບໍ່ຮູ້ແຫຼ່ງທີ່ມາ: ຫາກໄດ້ຮັບລິ້ງທີ່ສົ່ງມາທາງຂໍ້ຄວາມສັ້ນ (SMS) ຫຼື ຜ່ານສື່ສັງຄົມອອນລາຍ ຈາກແຫຼ່ງຂໍ້ມູນທີ່ບໍ່ມີຄວາມໜ້າເຊື່ອຖື.
3. ກວດສອບຄືນຢ່າງລະອຽດ: ຫາກມີການອ້າງຊື່ບໍລິສັດ ຫຼື ໜ່ວຍງານໃດໜຶ່ງ ທັງພາກລັດ ແລະ ເອກະຊົນ, ໃຫ້ຕິດຕໍ່ສອບຖາມຜ່ານເບີໂທລະສັບ ຫຼື ເວັບໄຊທາງການ ຂອງໜ່ວຍງານນັ້ນໂດຍກົງ ເພື່ອທຳການກວດສອບຄືນໃຫ້ຊັດເຈນ.
4. ສຶກສາ ແລະ ຕິດຕາມຂ່າວສານ: ໝັ່ນຕິດຕາມຂ່າວສານກ່ຽວກັບຄວາມປອດໄພທາງໄຊເບີ ຢ່າງເປັນປະຈຳ ເພື່ອໃຫ້ຮູ້ທັນກົນອຸບາຍໃໝ່ໆ ຂອງກຸ່ມມິດສາຊີບ.
5. ແຈ້ງເຫດດ່ວນ: ຖ້າຫາກພົບເຫັນ ຫຼື ມີຂໍ້ສົງໄສ ວ່າຕົນເອງອາດຈະຖືກຫຼອກລວງ, ສາມາດແຈ້ງຂໍ້ມູນ ແລະ ສອບຖາມກັບ ສູນຕ້ານອາຊະຍາກຳທາງອອນລາຍ ຜ່ານສາຍດ່ວນເບີ 1533 ໄດ້ຕະຫຼອດ 24 ຊົ່ວໂມງ.
ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນມາຍັງບັນດາທ່ານຜູ້ຊົມໃຊ້ສື່ສັງຄົມອອນລາຍໃນທົ່ວສັງຄົມ ເພື່ອຊາບ ແລະ ເພີ່ມຄວາມລະມັດລະວັງ, ມີສະຕິໄຕ່ຕອງສູງ ກ່ອນຈະເຮັດທຸລະກຳ ຫຼື ໃຫ້ຂໍ້ມູນສ່ວນຕົວໃດໆ ຜ່ານລະບົບອອນລາຍ ເພື່ອຫຼີກເວັ້ນຄວາມເສຍຫາຍທີ່ອາດຈະເກີດຂຶ້ນ.




