1. ນັ່ງຕົວຊື່, ກົ້ມໜ້າລົງເລັກນ້ອຍ
• ຂໍ້ຫ້າມ: ຫ້າມແຫງນໜ້າເດັດຂາດ ເພາະຈະເຮັດໃຫ້ເລືອດໄຫຼຍ້ອນກັບລົງຄໍ ຈົນເກີດອາການສຳລັກ ຫຼື ກືນລົງກະເພາະອາຫານໄດ້.
2. ໃຊ້ນິ້ວຊີ້ ແລະ ນິ້ວໂປ້ບີບປີກດັງໃຫ້ແໜ້ນ
• ວິທີປະຕິບັດ: ເພື່ອກົດຈຸດທີ່ເລືອດອອກ ເປັນເວລາປະມານ 5 – 10 ນາທີ ໂດຍໃຫ້ຫາຍໃຈທາງປາກແທນ.
3. ປະຄົບນໍ້າເຢັນ ທີ່ດັງ ແລະ ໜ້າຜາກ
• ວິທີປະຕິບັດ: ຄວາມເຢັນຈະຊ່ວຍໃຫ້ຫຼອດເລືອດຫົດຕົວ ແລະ ເຮັດໃຫ້ເລືອດຢຸດໄຫຼໄດ້ໄວຂຶ້ນ.
4. ນັ່ງພັກຜ່ອນນິ່ງໆ ແລະ ຫ້າມສັ່ງນ້ຳມູກ
• ວິທີປະຕິບັດ: ນັ່ງພັກຜ່ອນ, ຫຼີກເວັ້ນການແກະ, ເກົາ ຫຼື ສັ່ງນ້ຳມູກແຮງໆ ພ້ອມທັງງົດການຍົກຂອງໜັກຊົ່ວຄາວ.
ຂໍ້ຄວນລະວັງເພີ່ມເຕີມ:
ຫາກມີອາການເລືອດກຳເດົາໄຫຼດຸຕະຫຼອດແບບຜິດປົກກະຕິ (ເຊັ່ນ: ເປັນເກືອບທຸກມື້ ຫຼື ອາທິດລະຫຼາຍໆຄັ້ງ) ໃຫ້ຟ້າວໄປພົບແພດທັນທີ.
ທີ່ມາ: TNN Health




