ເມືອງນອກແຂ້ງຫ້າມປະຊາຊົນໃຊ້ນ້ຳ ແລະ ບໍລິໂພກປາ ຕາມສາຍນ້ຳເຊລະນອງ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງນອງ ແຂວງສະຫວັນນະເຂດ​ ໄດ້ອອກໜັງສືແຈ້ງການດ່ວນ ເລກທີ 291/ກສມ. ລົງວັນທີ 8 ມິຖຸນາ 2026 ເຖິງອົງການປົກຄອງທ້ອງຖິ່ນ, ກຸ່ມບ້ານ, ນາຍບ້ານ ແລະ ພໍ່ແມ່ປະຊາຊົນທຸກພາກສ່ວນ ໃຫ້ເພີ່ມທະວີຄວາມລະມັດລະວັງ ແລະ ປະຕິບັດມາດຕະການຢ່າງເຂັ້ມງວດ ພາຍຫຼັງພົບເຫັນປາຕາຍເປັນຈຳນວນຫຼວງຫຼາຍຕາມສາຍນ້ຳເຊລະນອງ ໂດຍບໍ່ຊາບສາເຫດ.

ລາຍລະອຽດເຫດການ:

ໃນໄລຍະແຕ່ ວັນທີ 31 ພຶດສະພາ ຫາ ເດືອນ ມິຖຸນາ 2026 ໄດ້ເກີດມີປາກົດການປາຕາຍລອຍຟູຕາມສາຍນ້ຳເຊລະນອງເປັນຈຳນວນຫຼວງຫຼາຍ, ໂດຍສະເພາະໃນວັນທີ 03 ມິຖຸນາ 2026 ເຫັນປາຕາຍຫຼາຍ ເປັນຕົ້ນແມ່ນປາໝ້ອຍ, ປາມາງ, ປາສະກາງ, ປາຕາໂລ້, ປາຈອກ ແລະ ອື່ນໆ.

ຜ່ານການກວດກາ ແລະ ວັດແທກຄຸນນະພາບນ້ຳຮ່ວມກັນຂອງຂະແໜງການລ້ຽງສັດ-ການປະມົງ ແລະ ຂະແໜງຊັບພະຍາກອນນ້ຳ, ອຸຕຸນິຍົມ ແລະ ອຸທົກກະສາດ ໃນວັນທີ 5 ມິຖຸນາ 2026 ພົບວ່າ ມີຈຸດທີ່ເກີດປາກົດການປາຕາຍ 04 ຈຸດ ຄື:

​ ຈຸດທີ 01: ຢູ່ເຂດປ່າຊ້າເກົ່າ ຂອງບ້ານ ນອງວິໄລ.

ຈຸດທີ 02: ຢູ່ເຂດສາຍຫ້ວຍເຊຣຸ ບ້ານ ປຸນຕົງ.

ຈຸດທີ 03: ຢູ່ເຂດຫ້ວຍປີແດງ,​ ບ້ານ ຕັງອາໄລເກົ່າ.​

ຈຸດທີ 04: ຢູ່ເຂດຫ້ວຍຕາປ໋ອງ

ເພື່ອຮັບປະກັນສຸຂະພາບ, ຊີວິດຂອງປະຊາຊົນ ແລະ ຫຼີກລ່ຽງຜົນກະທົບທາງກົງ-ທາງອ້ອມ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງນອງ ຈຶ່ງຂໍແຈ້ງການດັ່ງນີ້:

ຫ້າມເດັດຂາດ: ບໍ່ໃຫ້ພໍ່ແມ່ປະຊາຊົນ ນຳເອົານ້ຳເຊລະນອງ ຢູ່ 04 ຈຸດທີ່ກ່າວມາຂ້າງເທິງນັ້ນ ມາໃຊ້ສອຍໃນຊີວິດປະຈຳວັນ ເຊັ່ນ: ດື່ມ, ປຸງແຕ່ງອາຫານ ຫຼື ໃຫ້ສັດລ້ຽງດື່ມ ເພື່ອຄວາມປອດໄພ.

ຫ້າມເກັບ ແລະ ບໍລິໂພກ: ຫ້າມພໍ່ແມ່ປະຊາຊົນ ແລະ ຊາວປະມົງ ເກັບເອົາປາທີ່ຕາຍຜິດປົກກະຕິ ມາປຸງແຕ່ງເປັນອາຫານ ຫຼື ບໍລິໂພກເດັດຂາດ ຍ້ອນຍັງບໍ່ສາມາດລະບຸສາເຫດຂອງການຕາຍໄດ້.

ຫ້າມຈຳໜ່າຍ ແລະ ແປຮູບ: ຫ້າມພໍ່ແມ່ປະຊາຊົນ, ແມ່ຄ້າຊາວຂາຍ ແລະ ຜູ້ປະກອບການ ເກັບເອົາປາຕາຍດັ່ງກ່າວມາຊື້-ຂາຍ, ຈຳໜ່າຍ, ແປຮູບ (ເຊັ່ນ ເຮັດປາແດກ, ປາສົ້ມ, ປາແຫ້ງ) ເພື່ອບໍລິໂພກ ແລະ ວາງຂາຍໃນທ້ອງຕະຫຼາດ.

ງົດການຫາປາຊົ່ວຄາວ: ຫ້າມປະຊາຊົນ ແລະ ຊາວປະມົງ ຫາປາຕາມສາຍນ້ຳເຊລະນອງ ແລະ ງົດບໍລິໂພກປານ້ຳເຊລະນອງຊົ່ວຄາວ ຈົນກວ່າຈະມີຜົນວິໄຈ ແລະ ແຈ້ງການເພີ່ມເຕີມຈາກທາງການ.

ຂໍໃຫ້ອົງການປົກຄອງບ້ານ, ນາຍບ້ານ ເອົາໃຈໃສ່ຕິດຕາມກວດກາຢ່າງໃກ້ຊິດ ແລະ ຊ່ວຍເຜີຍແຜ່, ແຈ້ງເຕືອນພໍ່ແມ່ປະຊາຊົນ, ຊາວປະມົງ ພາຍໃນບ້ານຂອງຕົນໃຫ້ຮັບຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດທີ່ສຸດ.

​Lao Youth​ Radio​ FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles