ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ — ໃນວັນທີ 10 ມິຖຸນາ 2026 ນີ້, ທີ່ ສໍານັກງານນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະຫາລືສອງຝ່າຍຢ່າງເປັນທາງການກັບ ທ່ານ ນາງ ທະກະອິຈິ ຊະນາເອະ (Ms. TAKAICHI Sanae), ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ
ການພົບປະຄັ້ງນີ້ ຈັດຂຶ້ນໃນໂອກາດທີ່ ທ່ານນາຍົກລັດຖະມົນຕີລາວ ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍ “ອະນາຄົດຂອງອາຊີ” (The Future of Asia) ຄັ້ງທີ 31 ພາຍໃຕ້ຫົວຂໍ້: “ການເຮັດວຽກຮ່ວມກັນ ເພື່ອຄວາມເຂັ້ມແຂງທົນທານ ແລະ ຈະເລີນຮຸ່ງເຮືອງຍິ່ງຂຶ້ນຂອງອາຊີ” ລະຫວ່າງວັນທີ 10-11 ມິຖຸນາ 2026.
ໃນບັນຍາກາດອັນອົບອຸ່ນ, ສອງຜູ້ນໍາໄດ້ຜັດປ່ຽນກັນສະແດງຄວາມຍິນດີ ຍ້ອນຕ່າງຝ່າຍຕ່າງໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງນາຍົກລັດຖະມົນຕີອີກສະໄໝໃໝ່ ໃນຕົ້ນປີ 2026 ຜ່ານມາ.
ຝ່າຍຍີ່ປຸ່ນ: ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ຖວາຍການຕ້ອນຮັບຢ່າງສົມກຽດ ແກ່ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນໂອກາດສະເດັດຢ້ຽມຢາມ ສປປ ລາວ ເຊິ່ງເປັນປະເທດທໍາອິດໃນການຢ້ຽມຢາມຕ່າງປະເທດຂອງພະອົງ (ເດືອນພະຈິກ 2025).
ພ້ອມທັງຊົມເຊີຍຜົນສໍາເລັດຂອງການຈັດງານບຸນລາວ (Lao Festival 2026) ຢູ່ ໂຕກຽວ ໃນທ້າຍເດືອນພຶດສະພາ ຜ່ານມາ.
ຝ່າຍລາວ: ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນມີປະສິດທິພາບແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ສາທາລະນະສຸກ, ກະສິກໍາ, ການສົ່ງຊ່ຽວຊານ-ອາສາສະໝັກ JICA ແລະ ໂດຍສະເພາະແມ່ນ ໂຄງການມະນຸດສະທໍາເກັບກູ້ລະເບີດບໍ່ທັນແຕກ (UXO).
ທ່ານ ສອນໄຊ ສີພັນດອນ ໄດ້ຢືນຢັນການສະໜັບສະໜູນຂອບການຮ່ວມມື POWERR Asia (Partnership On Wide Energy and Resources) ທີ່ຍີ່ປຸ່ນໄດ້ສະເໜີໃນກອງປະຊຸມສຸດຍອດ AZEC Plus ເພື່ອສ້າງຄວາມເຂັ້ມແຂງດ້ານພະລັງງານຮ່ວມກັນ.
ທ່ານນາຍົກລັດຖະມົນຕີລາວ ໄດ້ເຊື້ອເຊີນຜູ້ນໍາຂັ້ນສູງຂອງຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC CCM) ທີ່ ສປປ ລາວ ຈະເປັນປະທານຈັດຂຶ້ນ ໃນເດືອນກັນຍາ 2026 ນີ້ ທີ່ນະຄອນຫຼວງວຽງຈັນ.
ສອງຝ່າຍໄດ້ເຫັນດີເປັນເອກະພາບ ທີ່ຈະຍົກລະດັບການພົວພັນໃນຖານະ “ຄູ່ຮ່ວມຍຸດທະສາດຮອບດ້ານ” ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໂດຍເນັ້ນໃສ່:
ເສດຖະກິດສີຂຽວ: ສົ່ງເສີມການລົງທຶນໃນພະລັງງານສະອາດ ແລະ ພະລັງງານທາງເລືອກ.
ເຕັກໂນໂລຊີທັນສະໄໝ: ພັດທະນາກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ.
ຂະແໜງການທ່າແຮງ: ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ ແລະ ຂະແໜງບໍ່ແຮ່.
ໃນທັດສະນະການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີລາວ ຍັງໄດ້ພົບປະກັບ:
ສະມາຄົມມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ.
ອົງການສະພາແລກປ່ຽນມິດຕະພາບສາກົນ (FEC).
ກຸ່ມນັກທຸລະກິດຊັ້ນນໍາຂອງຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມທຸລະກິດ ລາວ-ຍີ່ປຸ່ນ ເພື່ອເປີດໂອກາດການຄ້າ-ການລົງທຶນໃໝ່ໆ ລະຫວ່າງສອງຊາດ.
ທີ່ມາ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
Lao Youth Radio FM90MHz




