ເຈົ້າເຄີຍຮູ້ບໍ່ວ່າ ປະເທດໃດໃນໂລກທີ່ຄອງແຊ້ມການຜະລິດນົມງົວ ແລະ ນົມຄວາຍໄດ້ຫຼາຍທີ່ສຸດ? ຫຼາຍຄົນອາດຈະນຶກເຖິງປະເທດໃນທະວີບເອີຣົບ ຫຼື ອາເມລິກາ ແຕ່ໃນຄວາມເປັນຈິງແລ້ວ ປະເທດທີ່ຢືນໜຶ່ງໃນປະຫວັດສາດ ແລະ ຄອງບັນລັງ “ອັນດັບ 1 ຂອງໂລກ” ຢ່າງເປັນທາງການກໍຄື “ປະເທດອິນເດຍ”.
ຕົວເລກສຸດມະຫັດສະຈັນ: ອິນເດຍຄອງໂລກດ້ານອຸດສາຫະກຳນົມ
ອີງຕາມຂໍ້ມູນຈາກ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ໄດ້ລະບຸຂໍ້ເທັດຈິງດັ່ງນີ້:
1. ຄອງສ່ວນແບ່ງ 24% ຂອງທົ່ວໂລກ: ອິນເດຍປະເທດດຽວ ສາມາດຜະລິດນົມໄດ້ຄິດເປັນເກືອບ 1 ໃນ 4 ຂອງປະລິມານນົມທັງໝົດໃນໂລກ.
2. ກຳລັງການຜະລິດມະຫາສານ: ໃນໄລຍະປີ 2023-2024 ທີ່ຜ່ານມາ ອິນເດຍສາມາດຜະລິດນົມໄດ້ສູງເຖິງ 239.30 ລ້ານໂຕນ ເຊິ່ງຖິ້ມຫ່າງປະເທດອັນດັບສອງຢ່າງ ສະຫະລັດອາເມລິກາ ແບບບໍ່ເຫັນຝຸ່ນ.
3 ເຫດຜົນຫຼັກ: ເປັນຫຍັງອິນເດຍຈຶ່ງຜະລິດນົມໄດ້ຫຼາຍທີ່ສຸດ?
1. ມີຈຳນວນປະຊາກອນສັດຄ້ຽວເອື້ອງຫຼາຍທີ່ສຸດໃນໂລກ
ອິນເດຍເປັນປະເທດທີ່ມີຝູງສັດລ້ຽງປະເພດງົວ ແລະ ຄວາຍນ້ຳ (Water Buffalo) ທີ່ໃຫຍ່ທີ່ສຸດໃນໂລກ ໂດຍມີຈຳນວນລວມກັນຫຼາຍກວ່າ 300 ລ້ານໂຕ. ທີ່ໜ້າສົນໃຈຄື ນົມສ່ວນໃຫຍ່ທີ່ຜະລິດໄດ້ໃນອິນເດຍນັ້ນ ມາຈາກ “ນົມຄວາຍ” ເປັນອັນດັບໜຶ່ງ ແລະ ຕາມມາດ້ວຍນົມງົວເປັນອັນດັບສອງ.
2. ການປະຕິວັດສີຂາວ
ໃນອະດີດ ອິນເດຍເຄີຍປະສົບຊະຕາກຳຂາດແຄນນົມ ແຕ່ໃນຊ່ວງປີ 1970 ລັດຖະບານໄດ້ປ່ຽນໂສມໜ້າປະເທດດ້ວຍໂຄງການ “Operation Flood” ຫຼຶ ການປະຕິວັດສີຂາວ. ໂຄງການນີ້ໄດ້ຮວບຮວມເອົາຊາວກະສິກອນລາຍຍ່ອຍໃນຊົນນະບົດນັບລ້ານໆຄົນ ເຂົ້າມາເຮັດວຽກຮ່ວມກັນໃນຮູບແບບ “ສະຫະກອນນົມ”. ຈາກຟາມຫຼັງເຮືອນນ້ອຍໆ ໄດ້ຖືກເຊື່ອມໂຍງເຂົ້າກັບເຕັກໂນໂລຊີການປຸງແຕ່ງ ແລະ ການຕະຫຼາດທີ່ທັນສະໄໝ ຈົນກາຍເປັນອຸດສາຫະກຳທີ່ແຂງແຮງ.
3. ວັດທະນະທຳ ແລະ ຄວາມຜູກພັນທາງສາສະໜາ
ສຳລັບຄົນອິນເດຍ ງົວບໍ່ໄດ້ເປັນພຽງແຕ່ສັດລ້ຽງໃນຟາມ ແຕ່ຖືກຍົກຍ້ອງແລະເຄົາລົບນັບຖືໃນຖານະ “ສັດສັກສິດ” ຕາມຄວາມເຊື່ອຂອງສາສະໜາຮິນດູ. ຄົນອິນເດຍບໍລິໂພກນົມ ແລະ ຜະລິດຕະພັນຈາກນົມເຊັ່ນ: ເນີຍໃສ (Ghee), ປານີຍ໌ (Paneer) ແລະ ໂຢເກີດ (Yogurt) ມາເປັນເວລາດົນນານກວ່າ 8,000 ປີ. ຄວາມຕ້ອງການບໍລິໂພກພາຍໃນປະເທດທີ່ສູງຫຼາຍນີ້ ເປັນແຮງຂັບເຄື່ອນຫຼັກໃຫ້ເກີດການຜະລິດຢ່າງຕໍ່ເນື່ອງ.
ເລື່ອງໜ້າຮູ້: ຜະລິດເອງ ກິນເອງ ເກືອບ 100%
ເຖິງວ່າອິນເດຍຈະຜະລິດນົມໄດ້ຫຼາຍທີ່ສຸດໃນໂລກ ແຕ່ພວກເຂົາກັບ ສົ່ງອອກນ້ອຍຫຼາຍ ເມື່ອທຽບກັບປະລິມານທີ່ຜະລິດໄດ້. ເຫດຜົນກໍຍ້ອນວ່າ ປະຊາກອນອິນເດຍກວ່າ 1,400 ລ້ານຄົນນິຍົມດື່ມນົມ ແລະ ໃຊ້ນົມເປັນສ່ວນປະກອບຫຼັກໃນອາຫານທຸກໆຄາບ ເຮັດໃຫ້ນົມເກືອບທັງໝົດຖືກບໍລິໂພກພາຍໃນປະເທດຈົນໝົດ.
ແຫຼ່ງອ້າງອີງ
1. Food and Agriculture Organization (FAO)
2. Agricultural and Processed Food Products Export Development Authority (APEDA)




