ເຕືອນໄພ! ເຖິງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ ຕະຫຼອດຮອດພະນັກງານ, ທະຫານ ແລະ ຕຳຫຼວດ ຈົ່ງມີສະຕິລະວັງຕົວກ່ຽວກັບການສໍ້ໂກງ ຮູບແບບໃໝ່ດ້ວຍວິທີການໂຄສະນາຊັກຊວນປະຊາຊົນໄປເຮັດວຽກຢູ່ປະເທດຕ່າງປະເທດ ເປັນຕົ້ນແມ່ນ ອົດສະຕຣາລີ ແລະ ການາດາ ຜ່ານສື່ສັງຄົມອອນລາຍ ໂດຍສະເພາະແມ່ນ Facebook ແລະ Tiktok ໂດຍແອບອ້າງເປັນນາຍໜ້າຕົວແທນຈັດຫາງານ ເຊິ່ງຜູ້ທີ່ຈະສະໝັກໄປເປັນແຮງງານຕ້ອງໄດ້ຈ່າຍຄ່າແລ່ນເອກະສານປະມານ 5.000-6.000 ໂດລາ ແລະ ຕ້ອງໄດ້ຈ່າຍຄ່າມັດຈໍາກ່ອນຈໍານວນ 800 ໂດລາ. ຫັງຈາກທີ່ມີປະຊາຊົນຫຼົງເຊື່ອໂອນຄ່າມັດຈໍາໄປແລ້ວ ຜູ້ກໍ່ເຫດກໍເອົາໂຕຫຼົບໜີໄປ.
ບັນຫາດັ່ງກ່າວ, ມີປະຊາຊົນເສຍຫາຍເປັນຈໍານວນຫຼາຍ ແລະ ມີມູນຄ່າເສຍຫາຍປະມານ 2 ລ້ານໂດລາ ເຊິ່ງກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ກໍາລັງຮີບຮ້ອນສືບສວນ-ສອບສວນ ແລະ ກວດກາຜົນເສຍຫາຍ, ຖ້າຫາກວ່າປະຊາຊົນ, ບຸກຄົນ ຫຼື ນິຕິບຸກຄົນໃດ ຫາກຖືກຕົວະຍົວະໃນຮູບແບບດັ່ງກ່າວສາມາດເຂົ້າມາພົວພັນແຈ້ງຄວາມກັບກົມຕໍາຫຼວດເສດຖະກິດໄດ້ຕາມວັນເວລາທາງລັດຖະການສະຖານທີ່ແມ່ນຢູ່ຕຶກກົມໃຫຍ່ຕຳຫຼວດ ບ້ານ ວັດນາກ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ.
ບັນຫາດັ່ງກ່າວເປັນປະກົດການຫຍໍ້ທໍ້ຂອງສັງຄົມໃນປັດຈຸບັນ ຂໍໃຫ້ປະຊາຊົນຈົ່ງມີສະຕິລະວັງຕົວ ເພື່ອບໍ່ໃຫ້ຖືກຕົວະໃນເລ່ລ່ຽມກົນອຸບາຍຂອງພວກຄົນບໍ່ຫວັງດີ, ປະຊາຊົນທຸກຄົນສາມາດມີສ່ວນຮ່ວມໃນການ ເປັນຫູເປັນຕາຊ່ວຍກັນຖ້າພົບຂໍ້ມູນທີ່ໜ້າສົງໃສສາມາດແຈ້ງຕໍ່ເພຈ ກົມຕຳຫຼວດເສດຖະກິດ ຫຼື ເບີໂທ: 020 55309911 ໄດ້.
ທີ່ມາ: ກົມຕຳຫຼວດເສດຖະກິດ




