ສະໜາມບິນຕ່າງໆໃນອາຊີ ເລີ່ມຕິດຕາມກວດກາເຊື້ອພະຍາດນິປາ ຫຼັງກວດພົບການລະບາດໃນອິນເດຍ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນຈັນທີ 26 ມັງກອນ 2569 ວ່າ ຫຼາຍປະເທດ ແລະ ເຂດການປົກຄອງໃນພາກພື້ນອາຊີ ລວມທັງ ໄທ, ເນປານ ແລະ ເກາະໄຕ້ຫວັນ ໄດ້ເລີ່ມນຳໃຊ້ມາດຕະການເຝົ້າລະວັງໄວຣັສ “ນິປາ” ຕາມສະໜາມບິນຕ່າງໆ ຫຼັງຈາກຢືນຢັນການພົບຜູ້ຕິດເຊື້ອ 5 ຄົນ ໃນລັດເບັງກອນຕາເວັນຕົກ ຂອງປະເທດອິນເດຍ.

ພະຍາດນິປາ ເປັນພະຍາດຕິດຕໍ່ຈາກສັດສູ່ຄົນ ໂດຍສ່ວນໃຫຍ່ແຜ່ກະຈາຍຈາກໝູ ແລະ ເຈຍທີ່ຕິດເຊື້ອມາສູ່ຄົນ ແຕ່ກໍສາມາດຕິດຕໍ່ຈາກຄົນສູ່ຄົນໄດ້ ຜ່ານການສຳຜັດໃກ້ຊິດ ແນວໃດກໍຕາມ ຜູ້ຊ່ຽວຊານຫຼາຍຄົນລະບຸວ່າ ຄວາມສ່ຽງທີ່ພະຍາດນີ້ຈະແຜ່ລະບາດໃນວົງກວ້າງນັ້ນ ຍັງຢູ່ໃນລະດັບຕ່ຳ.

ໃນລັດເບັງກອນຕາເວັນຕົກ ມີປະຊາຊົນປະມານ 100 ຄົນ ຢູ່ໃນຂະບວນການກັກຕົວ ຫຼັງຈາກພົບໄວຣັສໃນໂຮງໝໍ ໂດຍມີແພດ, ພະຍາບານ ແລະ ເຈົ້າໜ້າທີ່ອີກ 1 ຄົນ ມີຜົນກວດເປັນບວກ ຫຼັງຈາກພົບຜູ້ຕິດເຊື້ອຢືນຢັນ 2 ຄົນທຳອິດ ເຊິ່ງເປັນພະຍາບານຊາຍ ແລະ ຍິງ ຈາກເຂດດຽວກັນ.

ສ່ວນໃນປະເທດໄທ ກະຊວງສາທາລະນະສຸກ ໄດ້ຍົກລະດັບການຄັດກອງສຸຂະພາບຕາມສະໜາມບິນຫຼັກ ສຳລັບຜູ້ໂດຍສານທີ່ເດີນທາງມາຈາກລັດເບັງກອນຕາເວັນຕົກ ໂດຍນຳເອົາເຕັກນິກຕ່າງໆ ທີ່ເຄີຍນຳໃຊ້ໃນຊ່ວງການລະບາດຂອງໂຄວິດ-19 ກັບມາໃຊ້ອີກຄັ້ງ.

ຜູ້ໂດຍສານທີ່ສະໜາມບິນສຸວັນນະພູມ, ດອນເມືອງ ແລະ ພູເກັດ ຈະຖືກເຝົ້າລະວັງອາການໄຂ້ ແລະ ອາການທີ່ກ່ຽວຂ້ອງກັບໄວຣັສນິປາ ພ້ອມທັງມີການແຈກ “ບັດເຕືອນສຸຂະພາບ” ເພື່ອແນະນຳແນວທາງໃຫ້ຜູ້ເດີນທາງ ຫາກມີອາການເຈັບປ່ວຍ.

ສ່ວນທາງປະເທດເນປານ ລັດຖະບານໄດ້ຍົກລະດັບການເຝົ້າລະວັງ ແລະ ເພີ່ມຄວາມເຂັ້ມງວດໃນການກວດຄັດກອງສຸຂະພາບ ທີ່ທ່າອາກາດຍານນານາຊາດຕຣິພູວັນ ໃນນະຄອນກາດມານດູ ພ້ອມທັງຕາມດ່ານຜ່ານແດນທາງບົກທີ່ສຳຄັນ ເຊິ່ງຕິດກັບປະເທດອິນເດຍ ເພື່ອພະຍາຍາມສະກັດກັ້ນ ບໍ່ໃຫ້ໄວຣັສເຂົ້າສູ່ປະເທດ.

ໃນຂະນະດຽວກັນ ທາງການສາທາລະນະສຸกຂອງໄຕ້ຫວັນ ກຳລັງວາງແຜນກຳນົດໃຫ້ການຕິດເຊື້ອໄວຣັສນິປາ ເປັນ “ພະຍາດຕິດຕໍ່ທີ່ຕ້ອງແຈ້ງປະເພດທີ 5” ເຊິ່ງເປັນລະດັບການຈຳແນກສູງສຸດ ສຳລັບພະຍາດລະບາດໃໝ່ທີ່ມີຄວາມຮ້າຍແຮງ ຕາມກົດໝາຍທ້ອງຖິ່ນ.

ທີ່ມາຈາກ: ndependent

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles