ແຈ່ວບອງຊຽງຂວາງ ແມ່ວັນຄຳ ເອກະລັກສະເພາະຂອງຊຽງຂວາງແທ້ໆ ໄດ້ຮັບຄວາມນິຍົມຊົມຊອບ ຈາກປະຊາຊົນທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ ໃນເທສະການອາຫານລາວ 2026.
ນາງ ພາວະດີ ສີສົມພູ ເຈົ້າຂອງ ແຈ່ວບອງຊຽງຂວາງ ແມ່ວັນຄຳ ບອກກັບທີມງານ Lao Youth Radio FM 90 MHz ວ່າ: ຕົນເອງມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈຫຼາຍ ທີ່ໄດ້ມີໂອກາດເຂົ້າຮ່ວມງານເທສະການອາຫານລາວ ຄັ້ງທີ 21 ນີ້ ແລະຖືວ່າເປັນຄັ້ງທຳອິດທີ່ຕົນໄດ້ເຂົ້າຮ່ວມ ໂດຍມີຈຸດປະສົງ ເພື່ອພົບປະແລກປ່ຽນກັບລູກຄ້າ ກໍຄືຜູ້ປະກອບການນຳກັນ ແລະ ເຜີຍແຜ່ເອກະລັກຂອງແຈ່ວບອງຊຽງຂວາງ ເຮັດໃຫ້ຄົນຮູ້ຈັກຜະລິດຕະພັນແຈ່ວບອງຊຽງຂວາງ ແມ່ວັນຄຳ ໃຫ້ຫຼາຍຂຶ້ນ ແລະ ເຫັນວ່າຜົນຕອບຮັບແມ່ນດີຫຼາຍ.
ແຈ່ວບອງຊຽງຂວາງ ແມ່ວັນຄຳ ທີ່ຈິງແລ້ວແມ່ນຫາກໍ່ໄດ້ເລີ່ມຜະລິດມາໄດ້ພຽງ 6 ເດືອນ, ແຕ່ກ່ອນຈະມາເປັນຜະລິດຕະພັນແຈ່ວບອງຊຽງຂວາງ ແມ່ວັນຄຳນີ້ ກໍ່ເນື່ອງຈາກວ່າ ແມ່ຂອງນ້ອງເອງ (ແມ່ວັນຄຳ) ເພິ່ນເປັນຜູ້ມີປະສົບການໃນການເຮັດແຈ່ວບອງ ມາຫຼາຍປີແລ້ວ ໂດຍເລີ່ມຕົ້ນເຮັດກິນພາຍໃນຄອບຄົວ ແລະ ເຮັດຂາຍຕາມຕະຫຼາດທົ່ວໄປ ເຫັນວ່າໄດ້ຂາຍດີ ຈາກນັ້ນຕົນເອງຈຶ່ງຢາກສານຕໍ່ເຮັດເປັນທຸລະກິດນ້ອຍໆຂອງຄອບຄົວ ຈຶ່ງໄດ້ທົດລອງເຮັດ ແລະ ມີການຫຸ້ມຫໍ່ທີ່ສວຍງາມ ຂາຍຜ່ານທາງອອນລາຍ ແລະ ອີກຢ່າງໜຶ່ງເຫັນວ່າແຈ່ວບອງຊຽງຂວາງ ຍັງບໍ່ມີໃຜຜະລິດ ຫຼື ສ້າງເປັນແບຣນຂອງຕົນເອງແທ້ໆເທື່ອ.
ສະນັ້ນ, ຕົນຈຶ່ງມີຄວາມຄິດຢາກສ້າງເປັນແບຣນຂອງແຂວງຊຽງຂວາງ ແລະ ເພື່ອເປັນການສົ່ງເສີມປະຊາຊົນໃຫ້ມີລາຍຮັບ ເພາະວ່າວັດຖຸດິບທີ່ນຳມາປະກອບໃນການເຮັດແຈ່ວນັ້ນ ລ້ວນແຕ່ຊື້ນຳປະຊາຊົນ ເຊັ່ນ: ໝາກເຜັດ ກະທຽມ ອື່ນໆ.
ຜະລິດຕະພັນແຈ່ວບອງຊຽງຂວາງ ແມ່ວັນຄຳ ແມ່ນຜະລິດດ້ວຍມືທຸກຂັ້ນຕອນ ໂດຍແມ່ນຄົນໃນຄອບຄົວຊ່ວຍກັນເຮັດ ສາມາດຜະລິດໄດ້ 50-60 ກິໂລຕໍ່ວັນ ຜະລິດຕາມລູກຄ້າສັ່ງ ການຜະລິດແມ່ນເນັ້ນຄວາມສະອາດ ປອດໄພແກ່ຜູ້ບໍລິໂພກ ນໍາໃຊ້ວັດຖຸດິບພາຍໃນແຂວງຊຽງຂວາງ 100% ແລະຜະລິດໃໝ່ທຸກວັນ ດັ່ງນັ້ນ, ຈຶ່ງສາມາດຮັກສາລົດຊາດທີ່ເປັນເອກະລັກຂອງແຈວບອງຊຽງຂວາງໄວ້ໄດ້ດີ.
ງານເທສະການອາຫານລາວ 2026 ນີ້ ເຮົາກຽມແຈ່ວມາຂາຍ 400 ກ່ອງ, ແຕ່ຮອດປະຈຸບັນນີ້ ຂາຍເກືອບໝົດແລ້ວ.
ສ່ວນລາຄາ 1 ກິໂລ 300,000 ກີບ ໂດຍມີການແບ່ງຂາຍກ່ອງລະ 85,000 ກີບ ແລະ ກ່ອງລະ 150,000 ກີບ.
ສຳລັບງານເທສະການອາຫານລາວ ແມ່ນໄດ້ເລີ່ມມາຕັ້ງແຕ່ວັນທີ 26 ມັງກອນ ຈົນເຖິງວັນທີ 30 ມັງກອນ 2026 ນີ້.