12 ມິຖຸນາ ວັນຕໍ່ຕ້ານການໃຊ້ແຮງງານເດັກໂລກ

ວັນທີ 12 ມິຖຸນາ ຂອງທຸກໆປີ ແມ່ນ “ວັນຕໍ່ຕ້ານການໃຊ້ແຮງງານເດັກໂລກ” (World Day Against Child Labour). ວັນດັ່ງກ່າວນີ້ ຖືກສ້າງຕັ້ງຂຶ້ນໂດຍ ອົງການແຮງງານສາກົນ (ILO) ໃນປີ 2002 ເພື່ອແນໃສ່ປູກຈິດສຳນຶກ ແລະ ສ້າງຄວາມຕື່ນຕົວໃຫ້ແກ່ສັງຄົມໂລກ ໃນການຮ່ວມມືກັນຢຸດຕິການຂົ່ມເຫັງ, ການກົດຂີ່ຂົ່ມເຫັງ ແລະ ການບັງຄັບໃຊ້ແຮງງານໃນກຸ່ມເດັກນ້ອຍ , ພ້ອມທັງສົ່ງເສີມໃຫ້ເດັກນ້ອຍທຸກຄົນໄດ້ຮັບສິດທິດ້ານການສຶກສາ ແລະ ການພັດທະນາຢ່າງສົມໄວ.

ປັດຈຸບັນ, ພວກເຮົາທຸກຄົນຍັງພົບເຫັນພຶດຕິກຳຂອງຜູ້ປົກຄອງ, ຫົວໜ່ວຍແຮງງານ ຫຼື ສະຖານທີ່ບໍລິການບາງແຫ່ງ ທີ່ຍັງມີການນຳໃຊ້ແຮງງານເດັກໃນຮູບແບບທີ່ບໍ່ຖືກຕ້ອງຢູ່ເລື້ອຍໆ. ເຊິ່ງການກະທຳດັ່ງກ່າວ ຖືວ່າເປັນຄວາມຜິດຕໍ່ກົດໝາຍແຮງງານ ແລະ ປະມວນກົດໝາຍອາຍາຂອງ ສປປ ລາວ ຢ່າງຊັດເຈນ ⚖️.

ເພື່ອເປັນການໃຫ້ຄວາມຮູ້ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ, ພວກເຮົາມາສ່ອງຂໍ້ກົດໝາຍລາວ ກ່ຽວກັບການນຳໃຊ້ແຮງງານໄວໜຸ່ມນຳກັນເລີຍ!

1. ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ໝວດທີ 2: ການນຳໃຊ້ແຮງງານໄວໜຸ່ມ:

ມາດຕາ 101 (ປັບປຸງ): ການຮັບເອົາຜູ້ອອກແຮງງານໄວໜຸ່ມ

ຜູ້ໃຊ້ແຮງງານ ສາມາດຮັບເອົາຜູ້ອອກແຮງງານ ທີ່ມີອາຍຸຕ່ຳກວ່າ 18 ປີ ແຕ່ບໍ່ໃຫ້ຫຼຸດ 14 ປີ ເຂົ້າເຮັດວຽກໄດ້ ແຕ່ບໍ່ໃຫ້ເຮັດວຽກເພີ່ມໂມງ (Overtime) .

ໃນກໍລະນີຈຳເປັນ, ສາມາດຮັບເອົາຜູ້ອອກແຮງງານທີ່ມີອາຍຸຕ່ຳກວ່າ 14 ປີ ແຕ່ບໍ່ໃຫ້ຫຼຸດ 12 ປີ ເຂົ້າເຮັດວຽກໄດ້, ແຕ່ຕ້ອງຮັບປະກັນວ່າເປັນ “ວຽກເບົາ” ດັ່ງນີ້:

ວຽກທີ່ບໍ່ສົ່ງຜົນຮ້າຍຕໍ່ການພັດທະນາດ້ານສຸຂະພາບ ຮ່າງກາຍ, ຈິດໃຈ ແລະ ມັນສະໝອງ.

ວຽກທີ່ບໍ່ເປັນການກີດກັ້ນການເຂົ້າຮຽນ, ການເຂົ້າຮ່ວມການແນະແນວວິຊາຊີບ ແລະ ການຝຶກອົບຮົມວິຊາຊີບ (ໂດຍວຽກເບົາໄດ້ກຳນົດໄວ້ໃນສາລະບານຕ່າງຫາກ).

ມາດຕາ 102 (ໃໝ່): ການບໍ່ອະນຸຍາດໃຫ້ນຳໃຊ້ແຮງງານໄວໜຸ່ມ

ຫ້າມເດັດຂາດ ບໍ່ໃຫ້ນຳໃຊ້ແຮງງານໄວໜຸ່ມໃນກໍລະນີ ດັ່ງນີ້:

ເຮັດວຽກໃນກິດຈະກຳ, ໜ້າວຽກ ແລະ ສະຖານທີ່ ທີ່ບໍ່ມີຄວາມປອດໄພ, ເປັນອັນຕະລາຍ ຕໍ່ສຸຂະພາບ ຮ່າງກາຍ, ຈິດໃຈ ແລະ ມັນສະໝອງ.

ເຮັດວຽກແບບບັງຄັບ.

ເຮັດວຽກເພື່ອໃຊ້ແທນໜີ້.

ເຂົ້າໃນການຄ້າມະນຸດ.

ຊື້ຂາຍປະເວນີ ຫຼື ຊັກຊວນໃຫ້ເປັນໂສເພນີ, ຖ່າຍຮູບ ຫຼື ສະແດງແບບລາມົກອະນາຈານ.

ຊື້ຂາຍ ຫຼື ຊັກຊວນເຂົ້າໃນຂະບວນການຜະລິດ, ການຂົນສົ່ງ, ການມີໄວ້ໃນຄອບຄອງຢາເສບຕິດ ຫຼື ສິ່ງເສບຕິດທຸກປະເພດ.

2. ໂທດທາງອາຍາ: ອີງຕາມ ປະມວນກົດໝາຍອາຍາ ມາດຕາ 176:

ບຸກຄົນໃດ ຫາກໄດ້ຮັບເອົາເດັກອາຍຸແຕ່ 14 ປີ ຫາ ຕໍ່າກວ່າ 18 ປີ ເຂົ້າເຮັດວຽກ, ໃຫ້ເຮັດວຽກໜັກ ຫຼື ວຽກທີ່ເປັນອັນຕະລາຍ ຫຼື ວຽກຢູ່ສະຖານທີ່ ທີ່ເປັນອັນຕະລາຍ, ໃຫ້ເດັກເຮັດວຽກເກີນເວລາ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການທີ່ກ່ຽວຂ້ອງ ຫຼື ໃຊ້ເດັກ ໃນການສູ້ຮົບ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ແຕ່ 3,000,000 ກີບ 15,000,000 ກີບ.

ໃນກໍລະນີການກະທໍາຜິດ ຫາກພາໃຫ້ມີຄົນບາດເຈັບສາຫັດ, ບາດເຈັບຫຼາຍຄົນ, ເສຍອົງຄະ ຫຼື ພິການ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 7,000,000 ກີບ ຫາ 30,000,000 ກີບ.

ໃນກໍລະນີການກະທໍາຜິດ ຫາກພາໃຫ້ມີຄົນເສຍຊີວິດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫ້າ ປີ ຫາ ສິບປີ ແລະ ຈະຖືກປັບໃໝ ແຕ່ 10,000,000 ກີບ ຫາ 50,000,000 ກີບ.

ໃນກໍລະນີການກະທໍາຜິດ ຫາກພາໃຫ້ມີຄົນເສຍຊີວິດ​ ແຕ່ສອງຄົນຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ແປດປີ ຫາ ສິບຫ້າປີ ແລະ ຈະຖືກປັບໃໝ ແຕ່ 20,000,000 ກີບ ຫາ 100,​000,​000 ກີບ.

ເດັກນ້ອຍຄືອະນາຄົດຂອງຊາດ ການສົ່ງເສີມໃຫ້ເດັກນ້ອຍໄດ້ຮຽນໜັງສື ແລະ ເຕີບໃຫຍ່ຢ່າງປອດໄພ ຖືເປັນໜ້າທີ່ຂອງພວກເຮົາທຸກຄົນ. ຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດຕ່າງໆ ຄວນສຶກສາຂໍ້ກົດໝາຍນີ້ໃຫ້ລະອຽດ ເພື່ອບໍ່ໃຫ້ການດຳເນີນທຸລະກິດກາຍເປັນການລະເມິດສິດທິເດັກ ແລະ ຜິດຕໍ່ກົດໝາຍບ້ານເມືອງເຮົາເດີ້

Lao Youth​ ​Radio​ ​FM​90​MHz

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles