ມະຫະກຳບານໂລກ 2026 ເປີດສາກຂຶ້ນແລ້ວ

ບອກໄດ້ເລີຍວ່າຈັດເຕັມທັງ ແສງ, ສີ, ສຽງ ແລະ ການສະແດງວັດທະນະທຳອັນເປັນເອກະລັກຂອງເມັກຊິກ! ພ້ອມໄຮໄລ້ສຸດພິເສດກັບການສະແດງຂອງ ຊາກີຣາ (Shakira) ເຈົ້າຂອງຕຳນານເພງຮິດ “Waka Waka” ໃນປີ 2010 ທີ່ຫາກໍສ້າງສະຖິຕິຍອດສະຕຣີມ​ ເທິງ Spotify ທະລຸ 1 ພັນລ້ານຄັ້ງ ແລະ ບູຣ໌ນາ ບອຍ (Burna Boy) ທີ່ມາຮ່ວມສ້າງຄວາມມ່ວນໃນເພງ “Dai Dai” ເພງປະຈຳການແຂ່ງຂັນບານໂລກ 2026 ຢ່າງສະໜຸກສະໜານ

ສຳລັບສະໜາມ ເອສຕາດິໂອ ອັສເຕກາ (Estadio Azteca) ຖືເປັນສັງວຽນແຂ່ງຂັນລະດັບຕຳນານ ທີ່ຖືກຈາລຶກໃນປະຫວັດສາດບານໂລກ ເພາະເປັນສະໜາມດຽວທີ່ເຄີຍເປັນເຈົ້າພາບຈັດການແຂ່ງຂັນບານໂລກມາແລ້ວເຖິງ 3 ສະໄໝ ຄື:

ປີ 1970

ປີ 1986

ປີ 2026 (ຄັ້ງລ້າສຸດ)

ໃນປີ 1970 ສະໜາມແຫ່ງນີ້ຄືສະຖານທີ່ແຫ່ງຄວາມຊົງຈຳ ທີ່ລາຊາບານໂລກຜູ້ລ່ວງລັບຢ່າງ “ເປເລ” (Pelé) ໄດ້ຊູຖ້ວຍແຊ້ມໂລກ ຫຼັງຈາກພາທີມຊາດບຣາຊິນຄວ້າແຊ້ມໂລກສະໄໝທີ 3 ໄດ້ສຳເລັດ

Lao Youth​ ​Radio​ FM​90​MHz

Photo: Fifa World cup, B/R Football

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles