ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຊຽງຂວາງ ຮ່ວມກັບພາກສ່ວນກ່ຽວຂ້ອງ ສາມາດເຂົ້າທຳລາຍ ແລະ ອາຍັດສະຖານທີ່ລັກລອບປຸງແຕ່ງແຮ່ຄຳຜິດກົດໝາຍ ຢູ່ບ້ານຄູ່ ເມືອງແປກ ແຂວງຊຽງຂວາງ ພ້ອມຄວບຄຸມຕົວຜູ້ກະທຳຜິດໄດ້ 7 ຄົນ ແລະ ຢຶດຂອງກາງຈຳນວນຫຼວງຫຼາຍ.
ປະຕິບັດການຄັ້ງນີ້ ເກີດຂຶ້ນໃນວັນທີ 4 ມິຖຸນາ 2026 ຫຼັງຈາກເຈົ້າໜ້າທີ່ໄດ້ຮັບແຈ້ງຂ່າວຈາກພົນລະເມືອງດີວ່າ ມີການລັກລອບດຳເນີນກິດຈະການປຸງແຕ່ງແຮ່ຄຳໂດຍຜິດກົດໝາຍ. ຈາກນັ້ນ ກຳລັງວິຊາສະເພາະໄດ້ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງ ເຂົ້າກວດກາ ແລະ ປິດລ້ອມສະຖານທີ່ເປົ້າໝາຍຢ່າງທັນການ.
ຜ່ານການກວດກາ ເຈົ້າໜ້າທີ່ພົບວ່າ ມີການລັກລອບປຸງແຕ່ງແຮ່ຄຳຢູ່ໃນເຮືອນເປົ້າໝາຍ 7 ຫຼັງ ແລະ ສາມາດຢຶດຂອງກາງໄດ້ຈຳນວນຫຼາຍ ປະກອບມີ:
ອ່າງແຊ່ຄຳ 48 ອ່າງ
ຖົງຢາງສຳລັບຈັບຄຳ 44 ຄູ່
ຂີ້ແຮ່ຄຳບັນຈຸເປົາ 148 ເປົາ
ຜູ້ກະທຳຜິດ 7 ຄົນ ໃນນັ້ນເປັນແມ່ຍິງ 5 ຄົນ
ຈາກການສອບສວນເບື້ອງຕົ້ນ ຜູ້ຖືກຄວບຄຸມຕົວໄດ້ຮັບສາລະພາບວ່າ ໄດ້ລັກລອບຊື້ແຮ່ຄຳທຳມະຊາດຈາກກຸ່ມຂຸດຄົ້ນຜິດກົດໝາຍ ນຳມາປຸງແຕ່ງ ໂດຍນຳໃຊ້ສານເຄມີອັນຕະລາຍ ເຊັ່ນ ສານກົດ, ໂຊດາໄຟ ແລະ ສານເຄມີອື່ນໆ ເພື່ອສະກັດເອົາເນື້ອຄຳ.
ທາງການລະບຸວ່າ ການກະທຳດັ່ງກ່າວ ບໍ່ພຽງແຕ່ລະເມີດກົດໝາຍດ້ານແຮ່ທາດເທົ່ານັ້ນ ແຕ່ຍັງສ້າງຄວາມສ່ຽງຮ້າຍແຮງຕໍ່ສິ່ງແວດລ້ອມ ເນື່ອງຈາກສານເຄມີທີ່ໃຊ້ ອາດເຮັດໃຫ້ດິນ ແລະ ແຫຼ່ງນ້ຳທຳມະຊາດປົນເປື້ອນ ສົ່ງຜົນກະທົບໃນໄລຍະຍາວຕໍ່ລະບົບນິເວດ ແລະ ສຸຂະພາບຂອງປະຊາຊົນ.
ປັດຈຸບັນ ເຈົ້າໜ້າທີ່ໄດ້ອາຍັດຂອງກາງທັງໝົດໄວ້ກັບທີ່ ເພື່ອປະສານງານກັບຂະແໜງການກ່ຽວຂ້ອງ ເຂົ້າກວດກາ ແລະ ວິເຄາະສານພິດຕົກຄ້າງ ພ້ອມທັງດຳເນີນການຕາມຂັ້ນຕອນວິຊາການ. ສ່ວນຜູ້ຕ້ອງຫາທັງ 7 ຄົນ ກຳລັງຖືກສະຫຼຸບສຳນວນເພື່ອສົ່ງຟ້ອງດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ.
ທີ່ມາ: ປກສ ແຂວງຊຽງຂວາງ




