ບໍລິສັດ ໂຕໂຍຕ້າ ທູໂຊ ຄໍປໍເຣຊັ່ນ (Toyota Tsusho Corporation) ເຊິ່ງເປັນບໍລິສັດການຄ້າ (Trading) ໃນເຄືອຂອງໂຕໂຍຕ້າ ໄດ້ປະກາດຈັດຕັ້ງບໍລິສັດໃໝ່ ພາຍໃຕ້ຊື່ ບໍລິສັດ ໂຕໂຍຕ້າ ທູໂຊ ແມນູແຟກເຈີຣິ່ງ ລາວ ຈຳກັດ ຫຼື Toyota Tsusho Manufacturing Laos Co., Ltd. (TTML) ຂຶ້ນຢູ່ທີ່ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເພື່ອດຳເນີນທຸລະກິດປະກອບລົດຍົນໃນ ສປປ ລາວ ຢ່າງເປັນທາງການ.
ນີ້ຖືເປັນການປ່ຽນແປງຄັ້ງໃຫຍ່ ຈາກໃນເມື່ອກ່ອນທີ່ເນັ້ນການນຳເຂົ້າລົດສຳເລັດຮູບທັງຄັນ (CBU) ມາເປັນການຕັ້ງໂຮງງານເພື່ອຜະລິດ ແລະ ຈຳໜ່າຍພາຍໃນປະເທດ ເພື່ອແກ້ໄຂບັນຫາຂໍ້ຈຳກັດດ້ານພາສີ, ຕົ້ນທຶນການນຳເຂົ້າ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນດ້ານລາຄາ ໃນຕະຫຼາດລາວທີ່ພວມມີການເຕີບໂຕຢ່າງຕໍ່ເນື່ອງ.
ສຳລັບຮູບແບບການຜະລິດ ຈະເປັນໂຮງງານປະກອບລົດຍົນໃນຮູບແບບ KD (Knock Down) ຫຼື ການນຳເຂົ້າຊິ້ນສ່ວນແຍກສ່ວນ ເພື່ອມາປະກອບເປັນລົດຍົນສຳເລັດຮູບພາຍໃນໂຮງງານຢູ່ລາວ. ໂດຍຈະເນັ້ນໃສ່ລົດຮຸ່ນຍອດນິຍົມຂອງຕະຫຼາດ ຢ່າງລົດກະບະ Hilux ແລະ ລົດອະເນກປະສົງ Fortuner ພ້ອມທັງຕັ້ງເປົ້າໝາຍກຳລັງການຜະລິດໄວ້ທີ່ປະມານ 5.000 ຄັນຕໍ່ປີ ເພື່ອສະໜອງໃຫ້ແກ່ຕະຫຼາດພາຍໃນ ສປປ ລາວ ໂດຍສະເພາະ. ຄາດວ່າໂຄງການນີ້ ຈະຊ່ວຍສ້າງວຽກເຮັດງານທຳ ແລະ ພັດທະນາສີມືແຮງງານໃຫ້ແກ່ຄົນທ້ອງຖິ່ນໄດ້ປະມານ 150 ຕຳແໜ່ງ.
ຂໍ້ມູນລາຍລະອຽດຂອງ Toyota Tsusho Manufacturing Laos Co., Ltd. (TTML)
ສະຖານທີ່ຕັ້ງໂຮງງານ: ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ມູນຄ່າການລົງທຶນ: ປະມານ 15.7 ລ້ານໂດລາສະຫະລັດ (ຫຼື ປະມານ 2.46 ພັນລ້ານເຢນ)
ສັດສ່ວນການຖືຮຸ້ນ:
• Toyota Tsusho Corporation: 81%
• Toyota Laos: 10%
• Sokxay Group (ພັນທະມິດທ້ອງຖິ່ນຂອງລາວ): 9%
ກຳນົດການເປີດຕົວ: ມີແຜນຈະເລີ່ມເດີນສາຍການຜະລິດຈິງໃນ ເດືອນເມສາ ປີ 2028.
ອ້າງອີງ ຂ່າວ+ຮູບພາບ: toyotaclub-th
Lao Youth Radio




