28 ມັງກອນ 2026: ສະພາບອາກາດໃນຫຼາຍເຂດຂອງ ສປປ ລາວ ເລີ່ມເຂົ້າສູ່ພາວະອັນຕະລາຍ! ຫຼ້າສຸດ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ລາຍງານພົບຄ່າຝຸ່ນລະອອງຂະໜາດນ້ອຍ (PM 2.5) ເກີນມາດຕະຖານໃນຫຼາຍຈຸດ, ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ເຂດບ້ານໂນນສະອາດ ເມືອງໄຊທານີ ຕົວເລກຂຶ້ນສູງເຖິງ 120 ໄມໂຄຣກຣາມ ຕໍ່ແມັດກ້ອນ, ເຊິ່ງຖືວ່າຢູ່ໃນເກນທີ່ສົ່ງຜົນກະທົບຕໍ່ສຸຂະພາບຢ່າງຊັດເຈນ.
ເຊັກດ່ວນ! ຈຸດທີ່ມີຄ່າມົນລະພິດສູງ (ຂໍ້ມູນປະຈຳວັນທີ 28/01/2026):
ເຂດບ້ານໂນນສະອາດ ເມືອງໄຊທານີ: ວັດແທກໄດ້ 120 ໄມໂຄຣກຣາມ ຕໍ່ແມັດກ້ອນ ເລີ່ມມີຜົນກະທົບຕໍ່ສຸຂະພາບ.
ເຂດບ້ານທົ່ງຂັນຄຳ ເມືອງຈັນທະບູລີ: ວັດແທກໄດ້ 54.4 ໄມໂຄຣກຣາມ ຕໍ່ແມັດກ້ອນ ມີຜົນກະທົບເລັກນ້ອຍຕໍ່ສຸຂະພາບ.
ເຂດບ້ານອາກາດ ເມືອງສີໂຄດຕະບອງ: ວັດແທກໄດ້ 91.0 ໄມໂຄຣກຣາມ ຕໍ່ແມັດກ້ອນ ເລີ່ມມີຜົນກະທົບຕໍ່ສຸຂະພາບ.
ເຂດບ້ານໜອງບຶກ ເມືອງສີໂຄດຕະບອງ: ວັດແທກໄດ້ 72.0 ໄມໂຄຣກຣາມ ຕໍ່ແມັດກ້ອນ ມີຜົນກະທົບເລັກນ້ອຍຕໍ່ສຸຂະພາບ.
ສ່ວນຢູ່ຕ່າງແຂວງ:
ເຂດເມືອງອານຸວົງ ແຂວງໄຊສົມບູນ ວັດແທກໄດ້ 54.0 ໄມໂຄຣກຣາມ ຕໍ່ແມັດກ້ອນ ມີຜົນກະທົບເລັກນ້ອຍຕໍ່ສຸຂະພາບ, ນະຄອນປາກເຊແຂວງຈຳປາສັກ ສອງເຂດທີ່ມີການວັດແທກ ກໍ່ຖືວ່າມີຜົນກະທົບເລັກນ້ອຍຕໍ່ສຸຂະພາບ 52.8 ແລະ 62 ໄມໂຄຣກຣາມ ຕໍ່ແມັດກ້ອນ.
ເປັນຫຍັງຕ້ອງຢ້ານ: ຝຸ່ນເຫຼົ່ານີ້ມີຂະໜາດນ້ອຍກວ່າເສັ້ນຜົມຂອງຄົນເຮົາເຖິງ 20 ເທົ່າ! ມັນສາມາດຊຶມເຂົ້າສູ່ກະແສເລືອດ ແລະ ປອດໄດ້ໂດຍກົງ.
ກຸ່ມສ່ຽງສູງ: ເດັກນ້ອຍ, ແມ່ຍິງຖືພາ, ຜູ້ເຖົ້າ ແລະ ຜູ້ທີ່ມີພະຍາດທາງເດີນຫາຍໃຈ.
ຜົນກະທົບ: ເຮັດໃຫ້ເກີດການອັກເສບຂອງປອດ, ຫົວໃຈເຮັດວຽກໜັກ, ແລະ ອາດພາໃຫ້ເກີດມະເຮັງປອດໃນໄລຍະຍາວ.
ວິທີປ້ອງກັນຕົວເອງໃຫ້ປອດໄພ:
ໃສ່ໜ້າກາກ N95: ໜ້າກາກທົ່ວໄປບໍ່ສາມາດກັ່ນຝຸ່ນຂະໜາດນ້ອຍນີ້ໄດ້, ຄວນເລືອກໃຊ້ N95 ທີ່ແນບສະນິດກັບໃບໜ້າ.
ຫຼີກລ່ຽງກິດຈະກຳກາງແຈ້ງ: ໂດຍສະເພາະເຂດທີ່ມີການສັນຈອນແອອັດ ຫຼື ບໍລິເວນທີ່ມີຄວັນໄຟ.
ປິດປະຕູ-ປ່ອງຢ້ຽມ: ເພື່ອປ້ອງກັນບໍ່ໃຫ້ຝຸ່ນພິດພັດເຂົ້າສູ່ທີ່ພັກອາໄສ.
ຕິດຕາມຂ່າວສານ: ກວດເຊັກຄຸນນະພາບອາກາດເປັນປະຈຳ ແລະ ປະຕິບັດຕາມຄຳແນະນຳຂອງ ກະຊວງສາທາລະນະສຸກ.
ດ້ວຍຄວາມຫ່ວງໄຍ ຈາກ Lao Youth Radio FM90.0MHz: ກະລຸນາແຊຣ໌ຕໍ່ເພື່ອເຕືອນຄົນທີ່ທ່ານຮັກໃຫ້ລະວັງຕົວ!