ລັດຖະບານ ສ.ເກົາຫລີ ໄດ້ເລີ່ມບັງຄັບໃຊ້ “ກົດໝາຍພື້ນຖານດ້ານປັນຍາປະດິດ” (AI Basic Act) ຢ່າງເປັນທາງການ ໂດຍມີເປົ້າໝາຍປູທາງໃຫ້ປະເທດກ້າວຂຶ້ນເປັນ 1 ໃນ 3 ມະຫາອຳນາດດ້ານ AI ຂອງໂລກ ກົດໝາຍດັ່ງກ່າວເນັ້ນການຄວບຄຸມໂດຍມະນຸດໃນລະບົບ AI ທີ່ມີຄວາມສ່ຽງສູງ ພ້ອມກຳນົດໃຫ້ຕ້ອງຕິດປ້າຍກຳກັບຄອນເທັນທີ່ຜະລິດໂດຍ AI ຢ່າງຊັດເຈນ
ກົດໝາຍ AI Basic Act ເລີ່ມມີຜົນບັງຄັບໃຊ້ໃນວັນທີ 22 ມັງກອນທີ່ຜ່ານມານີ້ ໂດຍລັດຖະບານ ສ.ເກົາຫລີ ລະບຸວ່າ ເປັນກົດໝາຍຄວບຄຸມ AI ທີ່ຄອບຄຸມຄົບວົງຈອນສະບັບທຳອິດຂອງໂລກ ມີເປົ້າໝາຍເພີ່ມຄວາມເຊື່ອໝັ້ນ ແລະ ຄວາມປອດໄພໃນການນຳ AI ໄປໃຊ້ ພ້ອມກັບວາງຕຳແໜ່ງໃຫ້ປະເທດເປັນຜູ້ນຳດ້ານເຕັກໂນໂລຊີ.
ກົດໝາຍດັ່ງກ່າວ ຖືກນຳໃຊ້ກ່ອນຄວາມພະຍາຍາມຄ້າຍຄືກັນໃນສະຫະພາບເອີຣົບ ໂດຍກົດໝາຍ EU AI Act ຈະທະຍອຍບັງຄັບໃຊ້ໄປຈົນເຖິງປີ 2027 ທ່າມກາງຄວາມຄິດເຫັນທີ່ແຕກຕ່າງກັນທົ່ວໂລກກ່ຽວກັບການຄວບຄຸມດູ AI.
ສາລະສຳຄັນຂອງກົດໝາຍ ສ.ເກົາຫລີ ກຳນົດໃຫ້ບໍລິສັດຕ້ອງມີການກຳກັບຄວບຄຸມໂດຍມະນຸດ ໃນລະບົບ AI ທີ່ມີ “ຜົນກະທົບສູງ” ເຊັ່ນ ຄວາມປອດໄພນິວເຄຼຍ, ການຜະລິດນ້ຳດື່ມ, ລະບົບຂົນສົ່ງ, ການແພດ ແລະ ການເງິນ ລວມທັງການປະເມີນເຄຣດິດ ແລະ ການຄັດຕອງສິນເຊື່ອ.
ນອກຈາກນັ້ນ ບໍລິສັດຕ້ອງແຈ້ງຜູ້ໃຊ້ລ່ວງໜ້າ ຫາກມີການນຳ AI ມາໃຊ້ໃນການບໍລິການ ແລະ ຕ້ອງຕິດປ້າຍກຳກັບຜົນງານທີ່ຜະລິດໂດຍ AI ຢ່າງຊັດເຈນ ໂດຍສະເພາະໃນກໍລະນີທີ່ແຍກບໍ່ອອກວ່າເປັນຂອງແທ້ ຫຼື ສ້າງໂດຍ AI
ຫາກຝ່າຝືນ ອາດຖືກປັບສູງສຸດ 30 ລ້ານວອນ ຫຼື ປະມານ 429,470,000 ກີບ.
ກະຊວງວິທະຍາສາດ ແລະ ICT ລະບຸວ່າ ກອບກົດໝາຍນີ້ຖືກອອກແບບເພື່ອສົ່ງເສີມການນຳ AI ໄປໃຊ້ ຄວບຄູ່ກັບການສ້າງຄວາມປອດໄພ ແລະ ຄວາມໄວ້ວາງໃຈ ໂດຍຈະໃຫ້ເວລາຜ່ອນຜັນແກ່ພາກທຸລະກິດຢ່າງນ້ອຍ 1 ປີ ກ່ອນຈະເລີ່ມບັງຄັບໃຊ້ບົດລົງໂທດທາງປົກຄອງ.
ທ່ານ ຄຍອງ-ຮຸນ ລັດຖະມົນຕີກະຊວງວິທະຍາສາດ ແລະ ICT ອະດີດຜູ້ອຳນວຍການວິໄຈ AI ຂອງ LG ກ່າວວ່າ ກົດໝາຍນີ້ເປັນ “ຮາກຖານທາງສະຖາບັນທີ່ສຳຄັນ” ຕໍ່ເປົ້າໝາຍຂອງ ສ.ເກົາຫລີ ໃນການກ້າວຂຶ້ນເປັນມະຫາອຳນາດ AI ອັນດັບຕົ້ນໆຂອງໂລກ.
ທີ່ມາຈາກ: Reuters

