ກຽມຄວາມພ້ອມ! ເລຂາພັກແຂວງຈຳປາສັກ ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ຄວາມພ້ອມ ແຕ່ລະດ້ານໃນການຈັດງານບຸນນະມັດສະການຜາສາດຫິນວັດພູ ປະຈຳປີ 2026

ທ່ານ ປອ. ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ, ພ້ອມດ້ວຍຄະນະນໍາຂອງແຂວງ, ຄະນະນໍາເມືອງຈໍາປ່ສັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການກະກຽມຄວາມພ້ອມໃນແຕ່ລະດ້ານໃນການຈັດງານບຸນນະມັດສະການຜາສາດຫີນວັດພູ ປະຈໍາປີ 2026 ເຊິ່ງປີນີ້ຈັດຍິ່ງໃຫຍ່ເນື່ອງໃນໂອກາດວັດພູຈໍາປາສັກ ຖືກຮັບຮອງເຂົ້າເປັນມໍລະດົກໂລກ ຄົບຮອບ 25 ປີ.

ການລົງເຄື່ອນໄຫວຕິດຕາມກວດກາຄັ້ງນີ້ມີຂຶ້ນໃນວັນທີ 28 ມັງກອນ 2026 ໂດຍໄດ້ກວດກາຈຸດຂົວຂ້າມຫ້ວຍສະຫົວ, ຈຸດທາງເວັ້ນເຂົ້າສະຖານທີ່ຈັດງານບຸນເຂດບ້ານໜອງສະ, ກວດກາຈຸດຂອບເຂດເດີ່ນວັດພູ ເຊິ່ງເປັນສະຖານທີ່ຈັດງານ ທັງນີ້ກໍເພື່ອແນໃສ່ດ້ານການກະກຽມຄວາມພ້ອມພາຍໃນງານແຕ່ລະດ້ານໃຫ້ມີຄວາມພ້ອມ 100% ເປັນຕົ້ນ: ການປະດັບປະດາແສງສີຕາມຈຸດຕ່າງໆພາຍໃນງານໃຫ້ມີຄວາມສວຍງາມ, ການລະບາຍລົດເຮັດໃຫ້ການສັນຈອນມີຄວາມສະດວກ, ຮັບປະກັນຮັກສາໄດ້ຄວາມສະຫງົບ, ຮັກສາໄດ້ຄວາມສະອາດ ດ້ວຍການຖິ້ມຂີ້ເຫຍື້ອໃຫ້ຖືກຈຸດທີ່ກໍານົດ, ລະບົບໄຟຟ້າ, ລະບົບນໍ້າໃຊ້ ພາຍໃນງານໃຫ້ມີຄວາມສະດວກ, ການຈັດໂຊນວາງສະແດງ ແລະ ຈໍາໜ່າຍສິນຄ້າ ແລະ ອື່ນໆໃຫ້ມີຄວາມເໝາະສົມ. ສໍາລັບຄ່າຝາກລົດນັ້ນທາງອົງການປົກຄອງແຂວງ ກໍຄືຄະນະກໍາມະການຮັບຜິດຊອບ ແມ່ນມີແຜນກໍານົດບໍ່ອະນຸຍາດໃຫ້ຂຶ້ນລາຄາ ໂດຍໃຫ້ເກັບຄ່າຝາກລົດແຕ່ລະປະເພດສໍ່າປີຜ່ານມາ.

ໂອກາດນີ້ທ່ານ ປອ. ອາລຸນໄຊ ສູນນະລາດ ເລຂາພັກແຂວງຈໍາປາສັກ ຍັງໄດ້ພົບປະ ແລະ ຮັບຟັງຄໍາເຫັນຂອງປະຊາຊົນ 2 ບ້ານ ຄື: ບ້ານທາງຄົບ ແລະ ບ້ານໜອງສະ ເມືອງຈໍາປາສັກ ສະເພາະແມ່ນການສະເໜີໃຫ້ການນໍາພັກ-ລັດ ຊ່ວຍເຫຼືອພັດທະນາເສັ້ນທາງຂອງບ້ານ ແລະການຊ່ວຍເຫຼືອຊຸກຍູ້ໃຫ້ປະຊາຊົນສອງບ້ານມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ.

ຈາກນັ້ນທ່ານເລຂາພັກແຂວງ ກໍມີຄໍາເຫັນຊີ້ນໍາເພື່ອໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນ ໄດ້ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ເຊື່ອໝັ້ນຕໍ່ການນໍາພາຂອງອົງຄະນະພັກແຂວງ ເຊິ່ງຍາມໄດກໍ່ມີຄວາມເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ໃນໂອກາດສະຫຼອງງານບຸນນະມັດສະການຜາສາດຫີນວັດພູ ປີນີ້ເປັນປີທີ່ມີຄວາມໝາຍສໍາຄັນເນື່ອງຈາກວັດພູຈໍາປາສັກ ໄດ້ຖືກຮັບຮອງເປັນມໍລະດົກໂລກ ຄົບຮອບ 25 ປີ, ດັ່ງນັ້ນບ້ານໜອງສະ ແລະ ບ້ານທາງຄົບ ແມ່ນເປັນບ້ານອະນຸລັກຕິດພັນກັບງານບຸນວັດພູ ແລະ ກໍມີນະໂຍບາຍໃຫ້ປະຊາຊົນທັງສອງບ້ານດັ່ງກ່າວ ໄດ້ນໍາເອົາຜະລິດຕະພັນສິນຄ້າຂອງຕົນເຂົ້າມາວາງຂາຍພາຍໃນງານຕາມຄະນະກໍາມະການຈັດງານກໍານົດໃຫ້ໂດຍບໍ່ເສຍຄ່າໃດໆ, ພ້ອມນີ້ກໍມອບເງິນຈໍານວນໜຶ່ງໃຫ້ແກ່ເມືອງ ແລະ ບ້ານ.

ຂໍ້ມູນ: ໜັງສືພິມຈຳປາໃໝ່

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles