ອິນເດຍ ຢືນຢັນຄວບຄຸມການລະບາດຂອງໄວຣັສນິປາໄດ້ແລ້ວ

ລັດຖະບານອິນເດຍໄດ້ອອກມາຖະແຫຼງການຢືນຢັນວ່າ: ສາມາດຄວບຄຸມການແຜ່ລະບາດຂອງໄວຣັສນິປາ (Nipah virus) ໃນລັດເວສເບງກໍ (West Bengal) ໄດ້ຢ່າງສຳເລັດຜົນແລ້ວ ຫຼັງຈາກມີການກວດພົບຜູ້ຕິດເຊື້ອໃນໄລຍະຜ່ານມາ.

ສະຖານະການຫຼ້າສຸດໃນອິນເດຍ:

ຈຳນວນຜູ້ຕິດເຊື້ອ: ກວດພົບຢ່າງເປັນທາງການ 2 ກໍລະນີ ໃນລັດເວສເບງກໍ ນັບຕັ້ງແຕ່ເດືອນທັນວາ 2025 ເປັນຕົ້ນມາ.

ການຄວບຄຸມ: ກະຊວງສາທາລະນະສຸກອິນເດຍ ໄດ້ທຳການຕິດຕາມຜູ້ທີ່ມີປະຫວັດໃກ້ຊິດກັບຜູ້ຕິດເຊື້ອຈຳນວນ 196 ຄົນ, ເຊິ່ງທັງໝົດໄດ້ຖືກກັກຕົວ ແລະ ມີຜົນກວດເປັນລົບທັງໝົດແລ້ວ (ບໍ່ຕິດເຊື້ອ).

ການຢືນຢັນ: ເຈົ້າໜ້າທີ່ລະບຸວ່າ ຕົວເລກຜູ້ຕິດເຊື້ອທີ່ສູງເກີນຈິງຕາມກະແສຂ່າວກ່ອນໜ້ານີ້ແມ່ນ “ບໍ່ເປັນຄວາມຈິງ” ແລະ ປະຈຸບັນສະຖານະການຢູ່ພາຍໃຕ້ການຕິດຕາມຢ່າງໃກ້ຊິດ.

ເຖິງວ່າອິນເດຍຈະຢືນຢັນວ່າຄວບຄຸມໄດ້ແລ້ວ, ແຕ່ຫຼາຍປະເທດໃນອາຊຽນ ກໍ່ໄດ້ເພີ່ມມາດຕະການກວດກາສຸຂະພາບຢູ່ສະໜາມບິນ ແລະ ດ່ານຊາຍແດນເພື່ອປ້ອງກັນການນຳເຂົ້າເຊື້ອ, ໂດຍເນັ້ນໃສ່ຖ້ຽວບິນທີ່ມາຈາກເຂດທີ່ມີການລະບາດ. ມີການກວດອຸນຫະພູມ ແລະ ໃຫ້ຜູ້ໂດຍສານຂຽນແບບຟອມແຈ້ງສຸຂະພາບ.

ໄວຣັສນິປາ ເປັນໄວຣັສທີ່ອັນຕະລາຍ ແລະ ມີອັດຕາການເສຍຊີວິດສູງກວ່າ COVID-19 ຫຼາຍເທົ່າ.

ການຕິດຕໍ່: ແຜ່ເຊື້ອຈາກສັດສູ່ຄົນ (ໂດຍສະເພາະ ເຈຍກິນໝາກໄມ້ ແລະ ໝູ) ແລະ ສາມາດຕິດຕໍ່ຈາກ ຄົນສູ່ຄົນ ຜ່ານການສຳຜັດໃກ້ຊິດກັບຜູ້ປ່ວຍ.

ອາການ: ມີໄຂ້ສູງ, ປວດຫົວ, ຮາກ, ຊັກ, ແລະ ໃນກໍລະນີຮ້າຍແຮງຈະເຮັດໃຫ້ສະໝອງອັກເສບ.

ອັດຕາການເສຍຊີວິດ: ຢູ່ທີ່ປະມານ 40% ຫາ 75% (ອີງຕາມຂໍ້ມູນຈາກ WHO).

ການປິ່ນປົວ: ປະຈຸບັນ ຍັງບໍ່ມີວັກຊີນ ຫຼື ຢາປິ່ນປົວສະເພາະເຈາະຈົງ, ວິທີການປິ່ນປົວແມ່ນການປະຄັບປະຄອງຕາມອາການເທົ່ານັ້ນ.

ປະຫວັດການລະບາດ: ພະຍາດນີ້ບໍ່ແມ່ນພະຍາດໃໝ່ ເຊິ່ງໃນອະດີດ, ຢູ່ພາກພື້ນອາຊຽນ​ ເຊັ່ນ: ມາເລເຊຍ ແລະ ສິງກະໂປ ເຄີຍມີການລະບາດໃຫຍ່ມາແລ້ວ (ປີ 1990, 1998), ເຮັດໃຫ້ໜ່ວຍງານສາທາລະນະສຸກໃນອາຊຽນມີປະສົບການ ແລະ ມີແຜນຮັບມືກັບພະຍາດນີ້ມາກ່ອນແລ້ວ.

ທີ່ມາ: VnExpress

ຮຽບຮຽງ​ໂດຍ​ Lao Youth Radio FM​90​MHz

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles