ເມື່ອວັນເສົາ ວັນທີ 24 ມັງກອນ 2026 ທີ່ຜ່ານມາ, ເວລາປະມານ 02:30 ໂມງ ໄດ້ເກີດເຫດດິນພູເຈື່ອນຄັ້ງໃຫຍ່ຢູ່ເກາະຈາວາ ປະເທດອິນໂດເນເຊຍ ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍວັນ, ດິນເຈື່ອນລົງມາທັບເຮືອນຂອງປະຊາຊົນໃນຂະນະທີ່ກຳລັງນອນຫຼັບຢູ່.
ຫຼ້າສຸດ: ຢືນຢັນມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 10 ຄົນ (ແຕ່ຄາດວ່າຍອດຜູ້ເສຍຊີວິດຈະເພີ່ມຂຶ້ນເລື້ອຍໆ).
ເພາະຍັງມີຜູ້ສູນຫາຍອີກປະມານ 70 ກວ່າຄົນ ທີ່ຄາດວ່າຈະຖືກຝັງຢູ່ກ້ອງກອງດິນ ແລະ ເສດໄມ້.
ພື້ນທີ່ໄດ້ຮັບຜົນກະທົບ: ເຂດໝູ່ບ້ານ ປາຊີລັງກູ ເມືອງ ກາບຸປາເຕນ ບັນດຸງ ປາຣັດ ແຂວງ ຈາວາ ປາຣັດ ມີເຮືອນຫຼາຍກວ່າ 30 ຫຼັງຖືກດິນທັບຖົມ.
ທີມກູ້ໄພກວ່າ 250 ຄົນ ພ້ອມດ້ວຍເຈົ້າໜ້າທີ່ທະຫານ, ຕຳຫຼວດ ແລະ ອາສາສະໝັກ ກຳລັງເລັ່ງຄົ້ນຫາຜູ້ສູນຫາຍ ໂດຍໃຊ້ທັງເຄື່ອງຈັກໜັກ, ຈັກສູບນ້ຳ ແລະ ໂດຣນ ເພື່ອຊ່ວຍໃນການສຳຫຼວດ.
ສະພາບອາກາດທີ່ຍັງມີຝົນຕົກຢູ່ ແລະ ສະພາບດິນທີ່ບໍ່ຄົງຕົວ ເຮັດໃຫ້ການເຮັດວຽກຂອງເຈົ້າໜ້າທີ່ເປັນໄປດ້ວຍຄວາມຍາກລຳບາກ ແລະ ສ່ຽງຕໍ່ການເກີດດິນເຈື່ອນຊ້ຳຊ້ອນ.
ປະຊາຊົນປະມານ 230 ຄົນ ໃນພື້ນທີ່ສ່ຽງ ໄດ້ຖືກຍ້າຍໄປຢູ່ໃນບ່ອນພັກເຊົາຊົ່ວຄາວຂອງລັດຖະບານແລ້ວ.
ດ້ານ ນັກສິ່ງແວດລ້ອມຊີ້ໃຫ້ເຫັນວ່າ ນອກຈາກຝົນທີ່ຕົກໜັກແລ້ວ ການສູນເສຍເນື້ອທີ່ປ່າໄມ້ ແລະ ການນຳໃຊ້ທີ່ດິນທີ່ຜິດລະບຽບໃນເຂດອະນຸລັກ ກໍເປັນປັດໄຈສຳຄັນທີ່ເຮັດໃຫ້ເກີດໄພພິບັດໃນຄັ້ງນີ້.
ເຫດການນີ້ເກີດຂຶ້ນຫຼັງຈາກທີ່ອິນໂດເນເຊຍຫາກໍປະສົບກັບອຸທົກກະໄພຄັ້ງໃຫຍ່ໃນເກາະສຸມາຕຣາ ເມື່ອທ້າຍປີ 2025 ທີ່ຜ່ານມາ.
ຂໍຮ່ວມໄວ້ອາໄລຕໍ່ດວງວິນຍານຂອງຜູ້ເສຍຊີວິດ ແລະ ຂໍສະແດງຄວາມເຫັນໃຈຢ່າງສຸດຊຶ້ງ ມາຍັງຄອບຄົວທີ່ສູນເສຍຄົນຮັກ ແລະ ຊັບສິນໃນຄັ້ງນີ້ດ້ວຍ.
ໄພທຳມະຊາດເປັນສິ່ງທີ່ຍາກຈະຄາດເດົາ, ແຕ່ຄວາມສາມັກຄີ ແລະ ກຳລັງໃຈຈະຊ່ວຍໃຫ້ພວກທ່ານ ຜ່ານຄວາມເຈັບປວດນີ້ໄປໄດ້![]()
![]()
ທີ່ມາ: VN express
ຮຽບຮຽງໂດຍ Lao Youth Radio FM 90 MHz

