ທົ່ວປະເທດ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ທັງໝົດ 243 ທ່ານ, ຍິງ 66 ທ່ານ, ເລືອກເອົາ 175 ທ່ານ. ໃນນັ້ນ, ຜູ້ສະໝັກຈາກສູນກາງ 67 ທ່ານ, ຍິງ 18 ທ່ານ; ຜູ້ສະໝັກຈາກທ້ອງຖິ່ນ 176 ທ່ານ, ຍິງ 48 ທ່ານ; ສສຊ ຊຸດທີ 9 ສືບຕໍ່ສະໝັກ 37 ທ່ານ, ຍິງ 15 ທ່ານ; ຜູ້ສະໝັກຈາກລັດວິສາຫະກິດ 1 ທ່ານ ແລະ ຜູ້ສະໝັກຈາກທຸລະກິດພາກເອກະຊົນ 9 ທ່ານ, ຍິງ 2 ທ່ານ.
ເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ: ມີຜູ້ແທນລົງສະໝັກຮັບເລືອກຕັ້ງ 14 ທ່ານ, ເລືອກເອົາ 10 ທ່ານ ດັ່ງນີ້:
1. ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ຍຸຕິທຳ.
2. ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະພັກແຂວງຫຼວງພະບາງ.
3. ທ່ານ ສໍານານ ສົນທະນີ ກຳມະການປະຈຳພັກແຂວງ.
4. ທ່ານ ສົມພອນ ສີອຸດົມພັນ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ (ສສຊ ຊຸດທີ IX).
5. ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານສູນກາງສະຫະພັນແມ່ຍິງລາວ.
6. ທ່ານ ຊົມຊື່ນ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ.
7. ທ່ານ ສົມມາລີ ຄຳເກັ່ງ ກຳມະການພັກແຂວງ, ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ (ສສຊ ຊຸດທີ IX).
8. ທ່ານ ນາງ ບົວສອນ ໄຊຍະໄຊ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ.
9. ທ່ານ ນາງ ຈັນດີ ເຢັງວື ກຳມະການພັກແຂວງ, ຫົວໜ້າພະແນກສາທາລະນະສຸກແຂວງ.
10. ທ່ານ ນາງ ກິ່ງນະຄອນ ຈັນທະກຸມມານ
ຫົວໜ້າ, ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ຮອງປະທານສະຫະພັນແມ່ຍິງ ສະພາແຫ່ງຊາດ.
11. ທ່ານ ສຸລິໄຊ ຫົງສາຄອນ ເລຂາໜ່ວຍພັກ, ຮັກສາການຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ.
12. ທ່ານ ແສງເພັດ ແກ້ວພົມມາ ຫົວໜ້າພະແນກຍຸຕິທຳແຂວງຫຼວງພະບາງ.
13. ທ່ານ ພັອ ວິໄລສິນ ມິດຕະພອນ ຮອງຫົວໜ້າກອງບັນຊາການທະຫານແຂວງຫຼວງພະບາງ, ຫົວໜ້າຫ້ອງການເມືອງ.
14. ທ່ານ ນາງ ວົງພະຈັນ ວົງປະດິດ ເລຂາໜ່ວຍພັກ, ຫົວໜ້າສະຖາບັນເສດຖະກິດ-ການເງິນສາຂາພາກເໜືອ.

