ອິນເດຍ ກວດພົບຂໍທານ ທີ່ເບື້ອງຫຼັງເປັນເຖິງເສດຖີຄົນໜຶ່ງ

ກາຍເປັນກະແສຮືຮາໃນປະເທດອິນເດຍ ເມື່ອເຈົ້າໜ້າທີ່ໄດ້ກວດພົບວ່າ ຊາຍຂໍທານຄົນໜຶ່ງໃນເມືອງ ອິນດໍ ປະເທດ​ອິນເດຍ​ ແທ້ຈິງແລ້ວແມ່ນມະຫາເສດຖີ ທີ່ມີມີຊັບສິນຫຼາຍແຫ່ງ ແລະ ທຸລະກິດ​ປ່ອຍ​ເງິນ​ ທີ່ມີດອກເບ້ຍສູງ.

ຊາຍຜູ້ນີ້ຊື່ວ່າ: ມັງກີລານ, ອາຍຸ 50 ປີ, ເປັນຄົນພິການ ແລະ ມັກນັ່ງຂໍທານຢູ່ເຂດຕະຫຼາດ ຊາຣາຟາ ບາຊາ ໃນເມືອງອິນດໍ, ລາຍໄດ້ຕໍ່ມື້ຈາກການຂໍທານ 400 ຫາ​ 500 ຣູປີ (ປະມານ​ 4-5 ໂດລາ).

ເຈົ້າໜ້າທີ່ຈາກພະແນກພັດທະນາແມ່ຍິງ ແລະ ເດັກ ໄດ້ພົບລາວໃນລະຫວ່າງການລົງກວດກາໂຄງການ “ເມືອງປອດຂໍທານ”. ໃນຕອນທໍາອິດ ເຈົ້າໜ້າທີ່ຄິດວ່າ​ ລາວເປັນຜູ້ປ່ວຍພະຍາດຂີ້ທູດທີ່ຕ້ອງການຄວາມຊ່ວຍເຫຼືອ.

​ຈາກການສືບສວນຂອງເຈົ້າໜ້າທີ່ ພົບວ່າ ມັງກີລານ ບໍ່ໄດ້ທຸກຍາກດັ່ງທີ່ເຫັນ:

ລາວເປັນເຈົ້າຂອງເຮືອນ 3 ຫຼັງ ໃນເຂດທີ່ມີທີ່ດິນລາຄາແພງ​ ຂອງເມືອງ ອິນດໍ (ລວມທັງຕຶກ 3 ຊັ້ນ 1 ຫຼັງ).

ລົດສາມລໍ້​ (Auto-rickshaws)​ປ່ອຍໃຫ້ເຊົ່າລາຍວັນ 3 ຄັນ.​

ລົດເກັງ​ Maruti Suzuki Dzire 1 ຄັນ​ (ປ່ອຍໃຫ້ເຊົ່າ) .

ທຸລະກິດປ່ອຍເງິນກູ້: ລາວນຳເງິນທີ່ໄດ້ຈາກການຂໍທານໄປປ່ອຍກູ້ດອກເບ້ຍສູງ ໃຫ້ກັບບັນດາພໍ່ຄ້າແມ່ຄ້າໃນຕະຫຼາດ​ໃນໄລຍະສັ້ນ (ປະມານ​ 1 ມື້​ ຫຼື​ 1 ອາທິດ)​ ແລະ​ ເກັບດອກເບ້ຍທຸກແລງ, ລາວປ່ອຍເງິນກູ້ໄປແລ້ວ 4-5 ແສນຣູປີ ໂດຍມີລາຍໄດ້ລວມດອກເບ້ຍ 1,000 ຫາ​ 2,000 ຣູປີຕໍ່ມື້.

ປະຈຸບັນ ເຈົ້າໜ້າທີ່ກຳລັງຂະຫຍາຍຜົນສືບສວນບັນຊີທະນາຄານ ແລະ ແຫຼ່ງທີ່ມາຂອງຊັບສິນທັງໝົດຢ່າງລະອຽດ ເພື່ອດຳເນີນການຕາມລະບຽບກົດໝາຍຕໍ່ໄປ.

ທີ່ມາ: VN express

ຮຽບຮຽງໂດຍ Lao Youth Radio FM 90 MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles