21 C
Vientiane
Sunday, February 8, 2026

ແຈ້ງການທຶນການສຶກສາ ຈາກ ສປ.ຈີນ ສົກປີ 2026-2027

ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງທຸກພາກສ່ວນ ທົ່ວປວງຊົນຊາບວ່າ: Harbin Engineering University ສປ.ຈີນ ເປີດຮັບສະໝັກນັກສຶກສາ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ, ຫຼັກສູດການຮຽນ ເປັນພາສາຈີນ ຫຼື ພາສາອັງກິດ, ສາຂາວິຊາຮຽນສາມາດເຂົ້າເບີ່ງໃນເວັບໄຊຂອງ ມະຫາວິທະຍາໄລ ຢູ່ກ້ອງຄອມເມັ້ນ.

I. ເງື່ອນໄຂຜູ້ສະໝັກ

– ຕ້ອງເປັນພົນລະເມືອງລາວ/ຖືສັນຊາດລາວ, ມີສຸຂະ ພາບທາງກາຍ ແລະ ຈິດໃຈແຂງແຮງດີ;

– ສະໝັກລະດັບປະລິນຍາຕີອາຍຸບໍ່ເກີນ 25 ປີ, ປະລິນຍາໂທບໍ່ເກີນ 35 ປີ ແລະ ປະລິນຍາເອກບໍ່ເກີນ 40 ປີ;

– ຜູ້ ມີຜົນການຮຽນດີ ຄະແນນບໍ່ຕໍ່າກວ່າ 75 (ຄະແນນສ່ວນຮ້ອຍ)

II. ເອກະສານການສະໝັກ

– ສໍາເນົາໃບປະກາສະນິຍະບັດ ແລະ ໃບຄະແນນ ລະດັບສູງສຸດ;

– ໜັງສືແນະນໍາຈາກຫົວໜ້າ ຫຼື ອາຈານ ຈຳນວນ 02 ສະບັບ Two Recommendation Letters (ສໍາລັບຜູ້ ສະໝັກຮຽນລະດັບປະລິນຍາໂທ ແລະ ປະລິນຍາເອກ);

– ໃບຢັ້ງຢືນການສອບເສັງລະດັບພາສາຈີນ HSK ລະດັບ 4 ຂື້ນໄປຕາມລໍາດັບ ສໍາລັບຜູ້ສະໝັກຮຽນຫຼັກສູດ ພາສາຈີນ ແລະ ໃບຢັ້ງຢືນຄະແນນ IELTS≥6.0 ຫຼື TOEFL≥90 ສໍາລັບຜູ້ສະໝັກຮຽນຫຼັກສູດພາສາ ອັງກິດ;

– ມີໃບຢັ້ງຢືນຜົນການສອບເສັງ CSCA (ສໍາລັບຜູ້ສະໝັກຮຽນລະດັບປະລິນຍາຕີ);

– ແຜນການຮຽນສະບັບພາສາຈີນ ຫຼື ພາສາອັງກິດ;

– ໃບກວດສຸຂະພາບຕາມແບບຟອມທີ່ກຳນົດ;

– ສໍາເນົາໜັງສືຜ່ານແດນ;

– ໃບແຈ້ງໂທດສະບັບເປັນພາສາອັງກິດ;

Bank Statement (ສໍາລັບຜູ້ສະໝັກຮຽນລະດັບປະລິນຍາຕີ)

III. ວິທີສະໝັກ

ທຶນການສຶກສາຂອງ Harbin Engineering University ແບ່ງອອກເປັນ 2 ປະເພດຄື:

1. ທຶນ CSC ມະຫາວິທະຍາໄລ: ຜູ້ທີ່ສົນໃຈໝັກ ໃຫ້ລົງທະບຽນ ແລະ ສະໝັກອອນລາຍຜ່ານເວັບໄຊ ກ້ອງຄອມເມັ້ນ ໂດຍເລືອກເອົາທຶນປະເພດ B ແລະ ໃສ່ລະຫັດ Agency number 10217, ພາຍຫຼັງລົງທະບຽນໃນເວັບໄຊຂອງ CSC ສໍາເລັດແລ້ວໃຫ້ຜູ້ສະໝັກສົ່ງເອກະສານດັ່ງກ່າວ ເຂົ້າອີເມວ dingjie-thip@hrbeu.edu.cn.

2. ທຶນມະຫາວິທະຍາໄລ ມີລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ, ຊຶ່ງມີລາຍລະອຽດດັ່ງລຸ່ມນີ້:

ທຶນລະດັບປະລິນຍາຕີແບ່ງອອກເປັນ 3 ລະດັບຄື: ທຶນລະດັບທີ 1 ຍົກເວັ້ນຄ່າຮຽນ ແລະ ມີເງິນເບ້ຍລ້ຽງ 1500ຢວນ/ເດືອນ; ລະດັບທີ 2 ຍົກເວັ້ນຄ່າຮຽນ 100%; ລະດັບທີ 3 ຍົກເວັ້ນຄ່າຮຽນ 50%.

ທຶນລະດັບປະລິນຍາໂທແບ່ງອອກເປັນ 3 ລະດັບຄື: ທຶນລະດັບທີ 1 ຍົກເວັ້ນຄ່າຮຽນ ແລະ ມີເງິນເບ້ຍລ້ຽງ 2000ຢວນ/ເດືອນ; ລະດັບທີ 2 ຍົກເວັ້ນຄ່າຮຽນ 100%; ລະດັບທີ 3 ຍົກເວັ້ນຄ່າຮຽນ 50%.

ທຶນລະດັບປະລິນຍາເອກແບ່ງອອກເປັນ 3 ລະດັບຄື: ທຶນລະດັບທີ 1 ຍົກເວັ້ນຄ່າຮຽນ ແລະ ມີເງິນ ເບ້ຍລ້ຽງ 3000ຢວນ/ເດືອນ; ລະດັບທີ 2 ຍົກເວັ້ນຄ່າຮຽນ 100%; ລະດັບທີ 3 ຍົກເວັ້ນຄ່າຮຽນ 50%.

dingjie- ຜູ້ທີ່ສົນໃຈສະໝັກທຶນດັ່ງກ່າວແມ່ນໃຫ້ກະກຽມເອກະສານຕ່າງໆທີ່ກ່ຽວຂ້ອງແລ້ວສົ່ງເຂົ້າອີເມວ thip@hrbeu.edu.cn . ພາຍຫຼັງລົງທະບຽນສໍາເລັດແລ້ວໃຫ້ຜູ້ສະໝັກປິ່ນແບບຟອມສະໝັກ ຈຳນວນ 1 ສະບັບ ສົ່ງ ມາຍັງພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ (ຫ້ອງ 107-108, ຊັ້ນ 1 ຂອງອາຄານ 4 ຊັ້ນ, ເຂດສະໜາມ ກິລາເຈົ້າອານຸວົງ) ກົມກິດຈະການນັກສຶກສາ, ກະຊວງສຶກສາທິການ ແລະ ກິລາ. ມື້ປິດຮັບເອກະສານສະໝັກ ວັນ ພະຫັດ ວັນທີ 30 ເມສາ 2026.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ສົ່ງເອກະສານສະໝັກໃຫ້ທັນເວລາດ້ວຍ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles