ວັນທີ 26 ມັງກອນ 2026 ທ່ານ ສຸກ ວົງສາ ຮອງຫົວໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (BRT) ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງກວດກາຄວາມພ້ອມຂອງເສັ້ນທາງ ກ່ອນເປີດນໍາໃຊ້ເສັ້ນທາງທີ່ມີການປັບປ່ຽນທິດການສັນຈອນ ເສັ້ນທາງໃນນະຄອນຫຼວງວຽງຈັນ.
ການກວດກາຄັ້ງນີ້ ສຸມໃສ່ການຕິດຕັ້ງປ້າຍຈາລະຈອນ ການແຕ້ມເສັ້ນ ການຕິດຕັ້ງໄຟອຳນາດ ແລະ ຄວາມເປັນລະບຽບຮຽບ ຮ້ອຍໂດຍລວມ ຜົນການກວດກາພົບວ່າ ເສັ້ນທາງສ່ວນໃຫຍ່ມີຄວາມພ້ອມ ແຕ່ຍັງມີບາງຈຸດທີ່ຈະຕ້ອງແກ້ໄຂເພີ່ມເຕີມ ເຊັ່ນ ລູກສອນຊີ້ບອກທາງ ແລະ ປ້າຍເຕືອນການສັນຈອນ ເຊິ່ງຄາດວ່າຈະດໍາເນີນການໃຫ້ສໍາເລັດໃນໄລຍະອັນໄວນີ້.
ສໍາລັບ ເສັ້ນທາງທີ່ມີການປັບປ່ຽນທິດທາງການສັນຈອນ ປະກອບມີ:
1) ຖະໜົນດອນຈັນ (ແຄມຂອງ) ປັບຈາກທິດທາງດຽວເປັນ 2 ທິດທາງ
2) ຖະໜົນເຈົ້າຟ້າງຸ່ມ ປັບທິດທາງການສັນຈອນໃໝ່
3) ຖະໜົນໜໍ່ແກ້ວກຸມມານ ແລະ ຖະໜົນມັນທາທຸລາດ ປັບເປັນ 2 ທິດທາງ
4) ຖະໜົນມະໂຫສົດ ເພີ່ມເລນສອງທິດທາງສໍາລັບລົດເມ BRT
5) ຖະໜົນກາລີນີ (Gallieni) ປັບເປັນການສັນຈອນສອງທິດທາງ ແຕ່ມີຂໍ້ຈໍາກັດການລ້ຽວບາງຈຸດ.
ຢ່າງໃດກໍຕາມ ພາກສ່ວນທີ່ກ່ຽວຂ້ອງຈະມີການຖະແຫຼງຂ່າວ ແລະ ແຈ້ງຂໍ້ມູນລາຍລະອຽດໃຫ້ປະຊາຊົນຮັບຊາບ ກ່ອນການເປີດນໍາໃຊ້ເສັ້ນທາງຢ່າງເປັນທາງການໃນໄວໆນີ້.
ຂໍ້ມູນ: ວຽງຈັນໃໝ່


