ແຂວງບໍລິຄຳໄຊ ມອບ-ຮັບໜ້າທີ່ ປະທານຄະນະກຳມະການປົກຄອງແຂວງຜູ້ໃຫມ່

ໃນວັນທີ 22 ມັງກອນ 2026 ນີ້ ຢູ່ທີ່ຫ້ອງວ່າການ ແຂວງ​ ບໍລິຄຳໄຊ ໄດ້ຈັດພິທີປະກາດ ມອບ-ຮັບໜ້າທີ່ ປະທານຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ (ແຕ່ກ່ອນເອີ້ນວ່າ ເຈົ້າແຂວງ) ຜູ້ໃໝ່ ລະຫວ່າງ ທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ບໍລິຄຳໄຊ ກັບ ທ່ານ ຄຳແຫວນ ປັນຍານຸວົງ ຮອງເລຂາພັກແຂວງ ບໍລິຄຳໄຊ ປະທານຄະນະກຳມະການປົກຄອງແຂວງຜູ້ໃໝ່.

ໂດຍມີທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ,​ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ​ ເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ກັນຍາ ແສງແກ້ວວົງພະຈັນ ຮອງກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 702/ນຍ, ລົງວັນທີ 07 ພະຈິກ 2025 ວ່າດ້ວຍການ ແຕ່ງຕັ້ງປະທານຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ ໂດຍແຕ່ງຕັ້ງ ທ່ານ ຄຳແຫວນ ປັນຍານຸວົງ ເປັນປະທານຄະນະກຳມະການປົກຄອງແຂວງ ບໍລິຄຳໄຊ.

ໃນໂອກາດດຽວກັນນີ້, ທ່ານ ເພັດສະໄໝ ໄຊຍະທິຈັກ ຫົວໜ້າ ຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍແຕ່ງຕັ້ງ ທ່ານ ບຸນລ້ຽງ ດວງສະເພົາທອງ ແລະ ທ່ານ ສົມໃຈ ຄຸນພະໄຊ ເປັນຮອງປະທານຄະນະກຳມະການ ປົກຄອງແຂວງ,

ທີ່ມາ: ໜັງສືພິມບໍລິຄຳໄຊ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles