ໃນຍຸກທີ່ຜູ້ຄົນຫັນມາເພິ່ງພາ AI ຢ່າງ ChatGPT ໃນເກືອບທຸກເລື່ອງ ຕັ້ງແຕ່ການປຶກສາບັນຫາຄວາມຮັກ ໄປຈົນເຖິງເລື່ອງສຸຂະພາບ ລ່າສຸດເມື່ອມີການປ້ອນຄຳຖາມສຳຄັນວ່າ “ໂລກໃນອີກ 50 ປີຂ້າງໜ້າຈະເປັນແນວໃດ?”
ແຊດບອດອັດສະລິຍະກໍໄດ້ໃຫ້ຄຳຕອບທີ່ຟັງແລ້ວຊວນໃຫ້ຄິດ ແລະ ໜ້າກັງວົນຫຼາຍຢ່າງ.
ຄຳທຳນາຍຈາກ ChatGPT: ໂລກທີ່ຮ້ອນຂຶ້ນ ແລະ ເສັ້ນແບ່ງຄວາມເປັນມະນຸດທີ່ເລືອນລາງ
ເມື່ອຖືກຖາມເຖິງສະພາບໂລກໃນປີ 2076 ChatGPT ໄດ້ພະຍາກອນໄວ້ວ່າ:
“ໃນອີກ 50 ປີຂ້າງໜ້າ ໂລກຈະຮ້ອນຂຶ້ນ ແລະ ຖືກກົດດັນຢ່າງໜັກຈາກການປ່ຽນແປງສະພາບອາກາດ
ແນວຊາຍຝັ່ງຈະປ່ຽນຮູບຮ່າງ ເມືອງຕ່າງໆ ຈະຖືກອອກແບບໃໝ່ໃຫ້ໜາແໜ້ນຂຶ້ນ ຂຽວຂຶ້ນ ແລະ ສາມາດຮັບມືກັບໄພພິບັດທຳມະຊາດໄດ້ດີຂຶ້ນ”
ນອກຈາກເລື່ອງສິ່ງແວດລ້ອມແລ້ວ ຍັງໄດ້ກ່າວເຖິງບົດບາດຂອງເທັກໂນໂລຊີວ່າ:
“AI ແລະ ເທັກໂນໂລຊີຊີວະພາບ ຈະຝັງຮາກເລິກເຂົ້າໃນຊີວິດປະຈຳວັນຈົນກາຍເປັນເລື່ອງປົກກະຕິທີ່ເກືອບເບິ່ງບໍ່ເຫັນ
ມັນຈະຊ່ວຍຍືດອາຍຸໄຂຂອງມະນຸດ ແລະ ປ່ຽນຮູບແບບການເຮັດວຽກ ເສັ້ນແບ່ງລະຫວ່າງມະນຸດກັບເຄື່ອງຈັກຈະເລືອນລາງ ຈົນເຮັດໃຫ້ການນິຍາມຄວາມເປັນຈິງ ຄວາມເປັນສ່ວນຕົວ ແລະ ອຳນາດ ເຮັດໄດ້ຍາກຂຶ້ນ”
ແລະ ບົດສະຫຼຸບທີ່ໜ້າເຈັບປວດທີ່ສຸດກໍຄື:
“ອະນາຄົດຈະບໍ່ໄດ້ຖືກກຳນົດໂດຍເທັກໂນໂລຊີ ແຕ່ຈະຖືກກຳນົດໂດຍ ‘ຜູ້ທີ່ຄວບຄຸມມັນ’ ເຮັດໃຫ້ເກີດໂລກທີ່ຄວາມເຫຼື່ອມລ້ຳທາງສັງຄົມ ແລະ ຄວາມຈະເລີນຮຸ່ງເຮືອງດຳລົງຢູ່ຄູ່ຂະໜານກັນ”
ທຽບກັບຄຳທຳນາຍຈາກສຳນັກອື່ນ: ມະນຸດມຸ່ງໜ້າໄປດາວອັງຄານ
ເພື່ອໃຫ້ເຫັນພາບຊັດເຈນຂຶ້ນ ລອງມາເບິ່ງການຄາດການຈາກອົງການລະດັບໂລກອື່ນໆປຽບທຽບກັນ:
• ເສດຖະກິດ: Goldman Sachs ຄາດການວ່າ ເສດຖະກິດໂລກຈະຖືກຂັບເຄື່ອນໂດຍ 3 ມະຫາອຳນາດ ໄດ້ແກ່ ອິນເດຍ, ຈີນ ແລະ ອາເມຣິກາ
• ພະລັງງານ: ເຊື້ອໄຟຟອດຊິວຈະກາຍເປັນອະດີດ ໂລກຈະຂັບເຄື່ອນດ້ວຍພະລັງງານທົດແທນຢ່າງເຕັມຮູບແບບ
• ການເດີນທາງ: ເຮືອບິນຄວາມໄວເໜືອສຽງ ແລະ ລົດທີ່ໄຮ້ຄົນຂັບເຄື່ອນຈະກາຍເປັນເລື່ອງປົກກະຕິ
• ປະຊາກອນ: ອົງການສະຫະປະຊາຊາດ (UN) ຄາດວ່າ ອັດຕາການເຕີບໂຕຂອງປະຊາກອນໂລກຈະຫຼຸດລົງເກືອບເປັນສູນ
• ຖິ່ນຖານໃໝ່: ມີຄວາມເປັນໄປໄດ້ສູງທີ່ມະນຸດສ່ວນໜຶ່ງ ຈະອົບພະຍົບຍ້າຍໄປຕັ້ງຖິ່ນຖານຢູ່ເທິງ ດາວອັງຄານ
ເຖິງແມ່ນວ່າ ຄຳທຳນາຍເຫຼົ່ານີ້ຟັງເບິ່ງໄກໂຕ ແຕ່ສຳລັບຄົນທີ່ຈະມີຊີວິດຢູ່ຈົນເຫັນປີ 2076. ກໍຄົງຕ້ອງມາລຸ້ນກັນວ່າ ພາບອະນາຄົດທີ່ AI ແລະ ນັກວິເຄາະຄາດໄວ້ນັ້ນຈະແມ່ນຈິງ ຫຼື ຜິດພາດໄປຫຼາຍພຽງໃດ.
ທີ່ມາຈາກ: LADbible

