ກະຊວງການເງິນປະກາດພະນັກງານບຳນານ ແຕ່ງຕັ້ງພະນັກງານນຳພາ – ຄຸ້ມຄອງໃຫມ່

ໃນວັນທີ 16 ມັງກອນ 2026​ ທີ່ຜ່ານມາ, ກະຊວງການເງິນ, ໄດ້ຈັດພິທີປະກາດພະນັກງານພັກການຮັບອຸດໝູນບໍານານ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງກະຊວງການເງິນ, ໂດຍການເປັນປະທານຂອງທານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ​ ເຂົ້າຮ່ວມ.​

ອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ຄື: ຍົກຍ້າຍ ທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນເສດຖະກິດ-ການເງິນ ໄປຮັບໜ້າທີ່ໃໝ່ຢູ່ລັດວິສາຫະກິດການບິນລາວ ກະຊວງ​ ໂຍທາທິການ ແລະ ຂົນສົ່ງ; ຍົກຍ້າຍ: ທ່ານ ນາງ ຍອດ ແພງສົມບັດ ຫົວໜ້າຄັງເງິນແຫ່ງລັດ ໄປຮັບໜ້າທີ່ໃໝ່ຢູ່ບໍລິສັດ ລັດວິສາຫະກິດຫວຍພັດທະນາ ກະຊວງ​ ການເງິນ.

ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນພັກການ ເພື່ອລໍຖ້າຮັບອຸດໜູນບໍານານ​ ມີລາຍຊື່ດັ່ງນີ້:

1. ທ່ານ ບຸນປະເສີດ ສີກຸນລະບຸດ​ ຫົວໜ້າກົມສ່ວຍສາອາກອນ;

2. ທ່ານ ໄພທູນ ກຸນສຸວັນ ຮອງຫົວໜ້າສະຖາບັນເສດຖະກິດ-ການເງິນ.

ຜ່ານດຳລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນວ່າດ້ວຍການແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ມີລາຍຊື່ດັ່ງລຸ່ມນີ້:

1. ແຕ່ງຕັ້ງ ທ່ານ ວິໄຊ ສັນຕິວົງ ເປັນຮອງຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ;

2. ແຕ່ງຕັ້ງ ທ່ານ ນາງ ແສງໄພວັນ ແສງອາພອນ ເປັນຫົວໜ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ ສູນສະຖິຕິແຫ່ງຊາດ ກະຊວງການເງິນ;

3. ແຕ່ງຕັ້ງ ທ່ານ ນາງ ບົວເລິງຄີນ ດວງສະຫວັນ ເປັນຫົວໜ້າຄັງເງິນແຫ່ງລັດ ກະຊວງການເງິນ;

4. ແຕ່ງຕັ້ງ ທ່ານ ທອງລິດ ກິ່ງແກ້ວອຸດົມ ເປັນຫົວໜ້າສະຖາບັນເສດຖະກິດ-ການເງິນ ກະຊວງການເງິນ;

5. ແຕ່ງຕັ້ງ: ທ່ານ ຄຳພັນ ພັນທຸລັກ ຮອງຫົວໜ້າກົມສ່ວຍສາອາກອນ ເປັນວ່າການແທນຊົວຄາວຫົວໜ້າກົມສ່ວຍສາອາກອນ.

ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມມີລາຍຊື່ດັ່ງນີ້:

1. ແຕ່ງຕັ້ງ ທ່ານ ໂອ໋ ສາຍສະໜິດ ເປັນຮອງຫົວໜ້າກົມຄຸ້ມຄອງການບັນຊີ;

2. ແຕ່ງຕັ້ງ ທ່ານ ວຽງສອນ ເພັດສີນວນ ເປັນຮອງຫົວໜ້າຄັງເງິນແຫ່ງລັດ;

3. ແຕ່ງຕັ້ງ ທ່ານ ບຸນທະວີ ຈັນທະວົງສາ ເປັນຮອງຫົວໜ້າສະຖາບັນເສດຖະກິດ-ການເງິນ.

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມສຳລັບການຍົກຍ້າຍ, ແຕ່ງຕັ້ງພະນັກງານ ເພື່ອປັບປຸງການຈັດຕັ້ງ ໃຫ້ມີຄວາມເຂັ້ມແຂງ ແລະ ເປັນການກໍ່ສ້າງພະນັກງານໃຫ້ມີຄວາມຮູ້ຄວາມສາມາດໃນທຸກຂົງເຂດວຽກງານ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໃຫ້ພະນັກງານທີ່ໄປຮັບໜ້າທີ່ໃໝ່, ໄດ້ຮັບການແຕ່ງຕັ່ງໃໝ່ ຈົ່ງເອົາໃຈໃສ່ໃນການສຶກສາຄົ້ນຄວ້າ ສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບການມອບໝາຍໃຫ້ມີປະສິດທິພາບປະສິດທິຜົນກວ່າເກົ່າ.

ທີ່ມາ: ກະຊວງ​ການເງິນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles