ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ເປັນກິດຈະກຳທາງການເມືອງທີ່ສຳຄັນຂອງປະເທດ ເຊິ່ງດຳເນີນຂຶ້ນຕາມຫຼັກການພື້ນຖານ 5 ປະການ ເພື່ອຮັບປະກັນໃຫ້ການເລືອກຕັ້ງເປັນໄປດ້ວຍຄວາມຖືກຕ້ອງ, ໂປ່ງໃສ ແລະ ຍຸດຕິທຳ.
1. ຫຼັກການທົ່ວໄປ ໂດຍກຳນົດໃຫ້ພົນລະເມືອງລາວທຸກຄົນທີ່ມີອາຍຸ 18 ປີ ຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ມີອາຍຸ 21 ປີຂຶ້ນໄປ ລ້ວນແຕ່ມີສິດສະໝັກຮັບ ເລືອກຕັ້ງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
2. ຫຼັກການສະເໝີພາບ: ມີຄວາມໝາຍວ່າ ພົນລະເມືອງລາວຜູ້ມີສິດເລືອກຕັ້ງ ມີສິດເທົ່າ ທຽມກັນ ໃນການເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ໂດຍບໍ່ຈໍາແນກ ເພດ, ເຜົ່າ, ຖານະທາງດ້ານ ສັງຄົມ, ລະດັບການສຶກສາ ແລະ ຄວາມເຊື່ອຖື.
3. ຫຼັກການໂດຍກົງ: ມີຄວາມໝາຍວ່າ ພົນລະເມືອງລາວຜູ້ມີສິດເລືອກຕັ້ງ ເປັນຜູ້ດໍາເນີນ ການປ່ອນບັດດ້ວຍຕົນເອງ ເພື່ອເລືອກເອົາຜູ້ສະໝັກຮັບເລືອກຕັ້ງ ທີ່ຕົນເຫັນວ່າມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ ເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ຍົກເວັ້ນກໍລະນີ ທີ່ກຳນົດໄວ້ສະເພາະຢູ່ໃນກົດໝາຍ.
ຫລັກການທີ
4. ແມ່ນຫຼັກການລົງຄະແນນສຽງປິດລັບ: ມີຄວາມໝາຍວ່າ ພົນລະເມືອງລາວ ຜູ້ມີສິດເລືອກຕັ້ງ ແຕ່ລະຄົນ ເປັນຜູ້ຕັດສິນໃຈຂີດບັດດ້ວຍຕົນເອງ ແລະ ນໍາເອົາບັດທີ່ຂີດນັ້ນໄປປ່ອນໃສ່ຫີບບັດ ໂດຍ ບໍ່ໃຫ້ຄົນອື່ນຮູ້ ແລະ ເຫັນນໍາ, ຍົກເວັ້ນກໍລະນີສະເພາະທີ່ໄດ້ກຳນົດໄວ້ໃນກົດໝາຍ.
ຫລັກການທີ
5. ແມ່ນຫຼັກການຍຸຕິທໍາ: ມີຄວາມໝາຍວ່າ ການປ່ອນບັດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຕ້ອງມີຄວາມໂປ່ງໃສ, ບໍ່ມີ ການລັກໂລບ, ປອມແປງຄະແນນສຽງ, ບໍ່ໂຄສະນາໃສ່ຮ້າຍປ້າຍສີ ຊຶ່ງກັນ ແລະ ກັນ.
ການຍຶດຖື
5 ຫຼັກການພື້ນຖານດັ່ງກ່າວ ເປັນປັດໃຈສຳຄັນໃນການສ້າງຄວາມເຊື່ອໝັ້ນ ແລະ ສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນ ໃນການເລືອກຜູ້ແທນຂອງຕົນເຂົ້າບໍລິຫານປະເທດຕາມລະບຽບກົດໝາຍ.
ທີ່ມາ: ຂ່າວເສດຖະກິດສັງຄົມ

