ໃນຕອນເຊົ້າຂອງ ວັນທີ 21 ມັງກອນ 2026 ນີ້ ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການຈັດຕັ້ງສັບຊ້ອນຕໍາແໜ່ງບໍລິຫານຂັ້ນກົມ ແລະ ພະແນກ ຂອງກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ.
ໃນພິທີ ທ່ານ ຄຳໄພ ພັນທອງດີ ຮອງຫົວໜ້າກົມຈັດຕັ້ງ ໄດ້ຂຶ້ນຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມຜູ້ໃໝ່ ເພື່ອປ່ຽນແທນ ຫົວໜ້າກົມຜູ້ເກົ່າ ທີ່ໄດ້ຮັບການແຕ່ງຕັ້ງ ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄປປະຈຳຢູ່ຕ່າງປະເທດ ຈຳນວນ 4 ທ່ານ ຄື:
1. ທ່ານ ບຸນທະລາ ປັນຍາວິຈິດ ຫົວ ໜ້າກົມການຂ່າວ ໄດ້ສັບຊ້ອນໄປເປັນຫົວໜ້າກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ.
2. ທ່ານ ສີສຸພັນ ແກ້ວບັນດາວົງ ຮອງຫົວໜ້າກົມຈັດຕັ້ງ ເປັນຫົວໜ້າກົມກວດກາ.
3. ທ່ານ ສົມຄິດ ວັນຄໍາ ຮອງຫົວໜ້າກົມການຂ່າວ ເປັນຫົວໜ້າກົມການຂ່າວ.
4. ທ່ານ ວັດຖຸນິຍົມ ດວງມາລາ ຮອງຫົວໜ້າກົມເອີຣົບ ແລະ ອາເມລິກາ ເປັນຫົວໜ້າສະຖາບັນການຕ່າງປະເທດ.
ພ້ອມດຽວກັນນີ້ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າກົມ ຈຳນວນ 4 ທ່ານ ແລະ ຫົວໜ້າພະແນກ ຈຳນວນ 4 ທ່ານ.
ໃນໂອກາດດັ່ງກ່າວ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງຕໍາແໜ່ງບໍລິຫານໃນຄັ້ງນີ້ ພ້ອມນີ້ກໍ່ໄດ້ຊີ້ນຳ ແລະ ມອບໝາຍໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບ ເພື່ອເປັນການເພີ່ມກໍາລັງແຮງໃນການນຳພາ-ຊີ້ນຳວຽກງານການຕ່າງປະເທດ ທີ່ພັກ-ລັດ ມອບໝາຍໃຫ້.
ທີ່ມາ: ໜສພ ວຽງຈັນໃໝ່

