ໃນທ້າຍເດືອນ ທັນວາ 2025 ທີ່ຜ່ານມາ ເຈົ້າໜ້າທີ່ປ່າໄມ້ (ຈາກກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ) ໄດ້ລົງສົມທົບກັບກອງກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງພະບາງ ພ້ອມກັນລົງກວດກາ ຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານອາຫານ ແລະ ສະຖານທີ່ອື່ນໆ ທີ່ຄາດວ່າມີການລັກລອບຄ້າຂາຍຜະລິດຕະພັນ ແລະ ຊິ້ນສ່ວນສັດປ່າ ຢູ່ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ ຈໍານວນ 06 ຈຸດ.
ຜ່ານການກວດກາ ສາມາດຢຶດຜະລິດຕະພັນ ແລະ ຊິ້ນສ່ວນສັດປ່າ ແລະ ວັດຖຸ ທີ່ຄ້າຍຄືຜະລິດຕະພັນ ແລະ ຊິ້ນສ່ວນສັດປ່າ ຊຶ່ງມີນໍ້າໜັກທັງໝົດ ຈໍານວນ 48,25 ກິໂລກຼາມ.
ໃນຂະນະດຽວກັນ ເຈົ້າໜ້າທີ່ໜ່ວຍງານດັ່ງກ່າວ ກໍ່ໄດ້ລົງກວດກາ ຮ້ານຄ້າ, ຕະຫຼາດ ແລະ ສະຖານທີ່ອື່ນໆ ຢູ່ນະຄອນຫຼວງວຽງຈັນ ຈໍານວນ 11 ຈຸດ ແລະ ສາມາດຢຶດຜະລິດຕະພັນ ແລະ ຊິ້ນສ່ວນສັດປ່າ ແລະ ວັດຖຸ ທີ່ຄ້າຍຄືຜະລິດຕະພັນ ແລະ ຊິ້ນສ່ວນສັດປ່າ ຈຳນວນ 13 ລາຍການ.
ປັດຈຸບັນ ຂອງກາງທັງໝົດ ໄດ້ເກັບຮັກສາໄວ້ນຳເຈົ້າໜ້າທີ່ປ່າໄມ້ ເພື່ອປະສານຂະແໜງການກ່ຽວຂ້ອງ ດໍາເນີນການພິສູດ DNA ໃນການຢັ້ງຢືນຊະນິດພັນ.
ສໍາລັບ ການດໍາເນີນຄະດີ, ປັດຈຸບັນແມ່ນກໍາລັງດໍາເນີນການສືບສວນ-ສອບສວນ ແລະ ຮວບຮວມຫຼັກການຢູ່.
ທີ່ມາ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ.

