ຫຼວງພະບາງຕິດບັນຊີປາຍທາງທ່ອງທ່ຽວດີເດັ່ນປີ 2026 ຂອງ Agoda !!!

ວຽງຈັນ, 23 ມັງກອນ 2026 – ເວັບໄຊທ່ອງທ່ຽວຊັ້ນນຳ Agoda ໄດ້ເປີດເຜີຍລາຍຊື່ປາຍທາງທ່ອງທ່ຽວທີ່ດີທີ່ສຸດໃນເອເຊຍສຳລັບແຕ່ລະເດືອນຂອງປີ 2026 ໂດຍເມືອງມໍລະດົກໂລກຫຼວງພະບາງຂອງລາວໄດ້ຮັບການແນະນຳໃຫ້ເປັນຈຸດໝາຍປາຍທາງທີ່ດີເລີດ ສຳລັບການທ່ອງທ່ຽວ ໃນເດືອນກັນຍາ.

ຕາມຄຳແນະນຳຂອງ Agoda, ເດືອນກັນຍາເປັນໄລຍະເວລາທີ່ເໝາະສົມສຳລັບການຢ້ຽມຢາມຫຼວງພະບາງ ເນື່ອງຈາກເປັນໄລຍະທີ່ລະດູຝົນກຳລັງສິ້ນສຸດລົງ ເຮັດໃຫ້ທິວທັດທຳມະຊາດຂອງພູເຂົາສີຂຽວສົດໃສ ແລະ ນ້ຳຕົກທີ່ສວຍງາມ ສ້າງບັນຍາກາດທີ່ງົດງາມຕາເປັນພິເສດ.

ທ່ານ Andrew Smith ຮອງປະທານອາວຸໂສຂອງ Agoda ກ່າວວ່າ “ການວາງແຜນການທ່ອງທ່ຽວຕາມເດືອນຊ່ວຍໃຫ້ນັກທ່ອງທ່ຽວເລືອກເວລາທີ່ເໝາະສົມທີ່ສຸດໃນການໄປຢ້ຽມຢາມແຕ່ລະສະຖານທີ່. ດ້ວຍການວາງແຜນທີ່ດີ, ນັກທ່ອງທ່ຽວສາມາດສຳຜັດກັບງານເທດສະການວັດທະນະທຳທີ່ໜ້າປະທັບໃຈ, ສະພາບອາກາດທີ່ເໝາະສົມ ແລະ ມີປະສົບການທີ່ເລິກເຊິ່ງກັບສະຖານທີ່.”

ສຳລັບຫຼວງພະບາງ, ການທ່ອງທ່ຽວໃນເດືອນກັນຍາມີຂໍ້ໄດ້ປຽບຫຼາຍຢ່າງ. ນອກຈາກທິວທັດທີ່ສວຍງາມແລ້ວ, ໄລຍະເວລານີ້ຍັງເປັນໄລຍະນອກລະດູທ່ອງທ່ຽວ ເຮັດໃຫ້ນັກທ່ອງທ່ຽວສາມາດສຳຫຼວດວັດວາອາຮາມ ແລະ ຊົມຄວາມສວຍງາມ ຂອງແມ່ນ້ຳຂອງໄດ້ຢ່າງສະບາຍໃຈ ໃນບັນຍາກາດທີ່ງຽບສະຫງົບ ໂດຍບໍ່ມີຄວາມແອອັດຈາກນັກທ່ອງທ່ຽວຈຳນວນຫຼາຍ.

ຫຼວງພະບາງ ເມືອງມໍລະດົກໂລກຂອງອົງການ UNESCO ທີ່ມີເອກະລັກທາງດ້ານວັດທະນະທຳ ສະຖາປັດຕະຍະກຳແບບດັ້ງເດີມ ແລະ ບັນຍາກາດທີ່ງຽບສະຫງົບ ໄດ້ດຶງດູດນັກທ່ອງທ່ຽວຈາກທົ່ວໂລກມາຢ້ຽມຢາມເປັນປະຈຳ. ການທີ່ເມືອງແຫ່ງນີ້ໄດ້ຮັບການແນະນຳໃນບັນຊີປາຍທາງດີເດັ່ນຂອງ Agoda ສະແດງເຖິງຄວາມໂດດເດັ່ນ ແລະ ຄວາມສຳຄັນຂອງເມືອງຫຼວງພະບາງໃນແຜນທີ່ການທ່ອງທ່ຽວຂອງເອເຊຍ.

Agoda ເປັນເວັບໄຊທ່ອງທ່ຽວທີ່ມີບໍລິການຄົບວົງຈອນ ປະກອບມີທີ່ພັກກວ່າ 6 ລ້ານແຫ່ງທົ່ວໂລກ, ເສັ້ນທາງບິນຫຼາຍກວ່າ 130,000 ເສັ້ນທາງ ແລະ ກິດຈະກຳກວ່າ 300,000 ລາຍການ ທີ່ສາມາດຈອງໄດ້ພາຍໃນແພລດຟອມດຽວ.

ຮຽບຮຽງໂດຍ: Lao Youth Radio

Lao Youth Radio

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles