ຫວຽດນາມວາງເປົ້າໝາຍ ປີ 2030 GDP ຕໍ່ຫົວຄົນບັນລຸ 8500 ໂດລາ

20 ມັງກອນ​ 2026 ສະຫາຍ ໂຕ ເລິມ ໄດ້ຜ່ານບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ຕໍ່ກອງປະ ຊຸມວ່າ: ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈັດຂຶ້ນພາຍໃຕ້ຫົວຂໍ້: “ພາຍໃຕ້ທຸງໄຊອັນສະຫງ່າລາສີຂອງພັກ, ສຸມທຸກກຳລັງກາຍກຳລັງໃຈ ປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດ ຈົນເຖິງ​ ປີ 2030 ໃຫ້ສໍາເລັດຜົນ,​ ເປັນເຈົ້າຕົນເອງທາງດ້ານຍຸດທະສາດ,​ ກຸ້ມຕົນເອງ, ໝັ້ນໃຈ, ກ້າວຂຶ້ນຢ່າງແຂງແຮງ ໃນສັກກະລາດແຫ່ງການບືນຕົວຂຶ້ນຂອງຊາດ, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ,​ ຮັ່ງມີເຂັ້ມແຂງ,​ ສີວິໄລ ແລະ ຄວາມຜາສຸກ, ກ້າວຂຶ້ນສູ່ລັດທິສັງຄົມນິຍົມຢ່າງໜັກແໜ້ນ”;

ພັກກອມມູນິດຫວຽດນາມ ໄດ້ວາງເປົ້າໝາຍພັດທະນາ ໄລຍະ 2026-2030 ແມ່ນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ,​ ສະຖຽນລະພາບ; ພັດທະນາປະເທດຊາດໂດຍໄວ ແລະ​ ຍືນຍົງ; ປັບປຸງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງຮອບດ້ານ; ເປັນເຈົ້າຍຸດທະສາດ,​ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອໝັ້ນຕໍ່ຕົນເອງ, ກ້າວເຂົ້າສູ່ສັງກາດໃໝ່ຂອງຊາດຢ່າງແຂງແຮງ; ສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນສະເລ່ຍ ໄລຍະ 2026-2030 ແຕ່ 10% ຂຶ້ນໄປ; GDP ສະເລ່ຍຕໍ່ຫົວຄົນຮອດປີ 2030 ບັນລຸປະມານ 8,​500 ໂດລາສະຫະລັດ/ປີ.

ພ້ອມນັ້ນ, ເພື່ອຫັນບັນດາເປົ້າໝາຍພັດທະນາໃຫ້ປະກົດຜົນເປັນຈິງ,​ ບົດລາຍງານການເມືອງໄດ້ກຳນົດ 12 ທິດໃຫຍ່, 6 ໜ້າທີ່ຈຸດສຸມ ແລະ 3 ບຸກທະລຸຍຸດທະສາດ.

ໃນນັ້ນ, 3 ບຸກທະລຸຍຸດທະສາດ ໄດ້ກຳນົດນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XIII ໄລຍະ 2021-2030, ເມື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ XIV, ບັນດາຄາດໝາຍສູ້ຊົນທີ່ວາງອອກແມ່ນຕ້ອງເຮັດຢ່າງແຂງແຮງ, ວ່ອງໄວ, ຮອບຄອບເພາະເປັນປັດໄຈຕັດສິນເພື່ອໃຫ້ປະເທດບຸກທະລຸ.​ ໃນນັ້ນ, ແມ່ນບຸກທະລຸກ່ຽວກັບລະບອບລະບຽບການ ແລະ ການປະຕິ ບັດ;ບຸກທະລຸກ່ຽວກັບແຫລ່ງຊັບພະຍາກອນມະນຸດ ໂດຍສະເພາະແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຕິດພັນກັບວິທະຍາສາດ,​ ເຕັກໂນໂລຊີ,​ ນະວັດຕະກຳ; ບຸກທະລຸກ່ຽວກັບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ໃຫ້ບຸລິມະສິດແກ່ໂຄງລ່າງຄົມມະນາຄົມຍຸດທະສາດ, ໂຄງລ່າງພະລັງງານ, ໂຄງລ່າງຕົວເມືອງ, ໂຄງລ່າງໂທລະຄົມ, ພິເສດແມ່ນໂຄງລ່າງດິຈິຕອນ, ໂຄງລ່າງຂໍ້ມູນຂ່າວສານ.

ທີ່ມາ​ ໜັງສືພິມ​ ຄວມາສະຫງົບ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles