ປີ2025 ເປັນ 1 ໃນ 3 ປີ ທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ

ນັກວິທະຍາສາດຈາກສະຫະພາບເອີຣົບ ໄດ້ຖະແຫຼງຢືນຢັນ ວ່າ ປີ 2025 ທີ່ຜ່ານມາ ໂລກໄດ້ປະເຊີນກັບສະພາບອາກາດ ສະເລ່ຍຕໍ່ປີທີ່ຮ້ອນທີ່ສຸດເປັນອັນດັບ 3 ໃນປະຫວັດສາດ ນັບຕັ້ງແຕ່ເລີ່ມມີການບັນທຶກຂໍ້ມູນປະມານປີ 1856 ແລະ ໃນໄລຍະ 3 ປີຫຼັງສຸດ ຖືວ່າເປັນໄລຍະເວລາທີ່ໂລກມີສະພາບອາກາດຮ້ອນທີ່ສຸດເທົ່າທີ່ເຄີຍມີມາ.

ໂດຍທັງ 3 ປີມີອຸນຫະພູມສະເລ່ຍສູງກວ່າຍຸກກ່ອນອຸດສາຫະກຳເກີນ 1.5 ອົງສາເຊລຊຽດ ຫຼືທີ່ເອີ້ນກັນວ່າ “ພາວະໂລກຮ້ອນ” ໂດຍມີສາເຫດຫຼັກມາຈາກການປ່ອຍກາສເຮືອນແກ້ວ ແລະ ການໃຊ້ເຊື້ອໄຟຟອດຊິວປະເພດ ນ້ຳມັນ ແລະ ຖ່ານຫີນ

ທາງສູນພະຍາກອນອາກາດໄລຍະກາງຂອງສະຫະພາບເອີຣົບ (ECMWF) ລະບຸວ່າ ປີ 2024 ເປັນປີທີ່ໂລກມີອຸນຫະພູມຮ້ອນທີ່ສຸດ ຮອງລົງມາແມ່ນປີ 2023 ເຊິ່ງເຢັນກວ່າປີ 2024 ປະມານ 0.11 ອົງສາເຊລຊຽດ ຂະນະທີ່ປີ 2025 ຢູ່ອັນດັບ 3 ເຢັນກວ່າປີ 2023 ພຽງ 0.01 ອົງສາເຊລຊຽດ.

ທັງນີ້ ລັດຖະບານຫຼາຍປະເທດໄດ້ໃຫ້ຄຳໝັ້ນສັນຍາພາຍໃຕ້ຂໍ້ຕົກລົງປາຣີ ປີ 2026 ວ່າຈະພະຍາຍາມບໍ່ໃຫ້ອຸນຫະພູມສະເລ່ຍຂອງໂລກໃນແຕ່ລະປີເພີ່ມຂຶ້ນເກີນ 1.5 ອົງສາເຊລຊຽດ ແຕ່ຍັງມີອຸປະສັກຫຼາຍປະການ ທັງຈາກປະເທດຜູ້ຜະລິດເຊື້ອໄຟຟອດຊິວ ແລະ ການໂຕ້ຖຽງເລື່ອງການຈ່າຍເງິນຊົດເຊີຍເພື່ອຫຼຸດກາສເຮືອນ.

ທີ່ມາຈາກ: wmo

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles