ແຂວງໄຊຍະບູລີ ທຳລາຍສິນຄ້າໝົດອາຍຸ ຫຼາຍກວ່າ 60 ລາຍການ

ພະແນກອຸດສາຫະກໍາ ແລະ ການຄ້າແຂວງໄຊຍະບູລີ ໄດ້ຈັດພິທີທໍາລາຍສິນຄ້າໝົດອາຍຸ, ສິນຄ້ານອກລະບົບ, ສິນຄ້າປອມແປງເຄື່ອງໝາຍການຄ້າທີ່ໄດ້ມາຈາກການປະຕິບັດວຽກງານກວດກາການຄ້າ ແລະ ວຽກງານປົກປ້ອງຜູ້ຊົມໃຊ້ ໂດຍການເປັນກຽດເຂົ້າຮ່ວມພິທີ ທ່ານ ສົມບູນ ສີສະຫວາດ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີບັນດາຜູ້ຕາງໜ້າພະແນກການ, ອົງການອ້ອມຂ້າງແຂວງ, ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໃນພິທີ ທ່ານ ຕູ່ເມສາ ເຢຍລີ ເຮີ ຫົວໜ້າຂະແໜງການຄ້າພາຍໃນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານກວດກາການຄ້າ, ການປົກປ້ອງຜູ້ຊົມໃຊ້ປະຈໍາໄຕມາດ IV 2025 ວ່າ: ໃນໄລຍະຜ່ານມາພະແນກອຸດສາຫະກໍາ ແລະ ການຄ້າແຂວງໄດ້ຈັດຕັ້ງປະຕິບັດວຽກງານຕົວຈິງກວດກາຫ້າງຮ້ານຂາຍຍົກ,ຂາຍຍ່ອຍ ໂດຍມີຮ້ານທັງໝົດ 46 ຮ້ານ, ກວດພົບເຫັນ 7 ຮ້ານ ທີ່ຈໍາໜ່າຍສິນຄ້າໝົດອາຍຸ, ສິນຄ້ານອກລະບົບລວມທັງໝົດ 64 ລາຍການ ຊຶ່ງສິນຄ້າໝົດອາຍຸທັງໝົດ 62 ລາຍການ ລວມມູນຄ່າສິນຄ້າທັງໝົດ 15 ລ້ານກວ່າກີບ, ສິນຄ້ານອກລະບົບ 2 ລາຍການ ລວມມູນຄ່າ 6 ລ້ານກວ່າກີບ.

ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມພິທີໄດ້ພ້ອມກັນທໍາລາຍສິນຄ້າໝົດອາຍຸ, ສິນຄ້ານອກລະບົບ,ສິນຄ້າປອມແປງເຄື່ອງໝາຍການຄ້າທີ່ໄດ້ມາຈາກການປະຕິບັດວຽກງານກວດກາການຄ້າ ແລະ ວຽກງານປົກປ້ອງຜູ້ຊົມໃຊ້ ເປັນຕົ້ນແມ່ນ ນໍ້າອັດລົມໃຫຍ່-ນ້ອຍ,ນ້ຳສະຕິງ,ແກ່ນຕາເວັນ, ເຂົ້າໜົມ, ເຄື່ອງປຸງອາຫານ,ເຄື່ອງສຳອາງ,ຢາສູບ, ເບຍຈີນ ແລະ ສິນຄ້ານອກລະບົບ ຕື່ມອີກ.

ທີ່ມາ: XBL

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles