ອີງຕາມການແຈ້ງການ ຕໍ່ກັບບັນຫາດັ່ງກ່າວໄດ້ມີກຸ່ມຄົນບໍ່ຫວັງດີສ້າງຄວາມປັ່ນປ່ວນ ສ້າງຂ່າວປອມ ໂດຍການປອມແປງ ແລະ ອ້າງວ່າເປັນເອກະສານທາງການຈາກກົມພາສີຫວຽດນາມ ສົ່ງເຖິງກົມພາສີລາວ ເພື່ອຂໍໃຫ້ມີການຢຶດລົດຍົນນຳເຂົ້າຈາກ ສສຫວຽດນາມ ຈຳນວນ 5,485 ຄັນ ( ປະເພດລົດ Ford Raptor, Ford Ranger ແລະອື່ນໆ) ໂດຍໄດ້ມີການແຊຂໍ້ມູນດັ່ງກ່າວຢ່າງກວ້າງຂວາງ ເຊິ່ງສ້າງຄວາມສັບສົນແລະເຂົ້າໃຈຜິດໃຫ້ແກ່ສັງຄົມ.
ຕໍ່ກັບບັນຫາດັ່ງກ່າວ, ກະຊວງການເງິນ ກໍຄືກົມພາສີ ໄດ້ດຳເນີນການກວດສອບ ແລະ ຕິດຕໍ່ປະສານງານໂດຍກົງໄປຍັງໜ່ວຍງານທີ່ກ່ຽວຂ້ອງຂອງກົມພາສີຫວຽດນາມ, ຊຶ່ງກົມພາສີຫວຽດນາມ ໄດ້ຢັ້ງຢືນຢ່າງເປັນທາງການວ່າ : ເອກະສານດັ່ງກ່າວບໍ່ແມ່ນເອກະສານທາງການ ບໍ່ຖືກຕ້ອງ ແລະ ເປັນການປອມແປງຂຶ້ນມາ
ດັ່ງນັ້ນ, ເພື່ອເປັນການສະກັດກັ້ນຂ່າວປອມດັ່ງກ່າວຂອງພວກກຸ່ມຄົນບໍ່ຫວັງດີທີ່ເກີດຂຶ້ນມາຜ່ານຊ່ອງທາງອອນລາຍ ຫຼື ຊ່ອງທາງອື່ນໆ ທີ່ບໍ່ຜ່ານສື່ຂ່າວຂອງທາງການ ແມ່ນບໍ່ໃຫ້ຫລົງເຊື່ອ ເພື່ອບໍ່ໃຫ້ເກີດປະກົດການຫຍໍ້ທໍ້ ແລະ ເກີດຄວາມເສຍຫາຍຕາມພາຍຫຼັງ.
ທີ່ມາ: ກະຊວງການເງິນ

