ເກີດເຫດການໄຟໄໝ້ຄັ້ງໃຫຍ່ຢູ່ບໍລິເວນທ່າເຮືອທ່ອງທ່ຽວອ່າວສະລອງ, ແຂວງພູເກັດ ໃນຊ່ວງເຊົ້າມືດ (ເວລາ 03:49 ນ.) ຂອງວັນທີ 7 ມັງກອນ 2026 ທີ່ຜ່ານມາ ເຮັດໃຫ້ເຮືອສະປີດໂບດທີ່ຈອດລຽນກັນຢູ່ ຖືກໄຟໄໝ້ເສຍຫາຍໄປເຖິງ 22 ລຳ.
ຈຸດເລີ່ມຕົ້ນ: ຈາກກ້ອງວົງຈອນປິດເຫັນວ່າ ເປວໄຟໄດ້ລຸກໄໝ້ຂຶ້ນຢ່າງໄວວາຈາກເຮືອລຳໜຶ່ງ, ບວກກັບມີກະແສລົມທະເລແຮງ ເຮັດໃຫ້ສະເກັດໄຟປິວໄປຕິດເຮືອລຳອື່ນໆ ທີ່ຈອດຢູ່ໃກ້ກັນ ຈົນເກີດການລຸກລາມຢ່າງໜັກ.
ຄວາມເສຍຫາຍ: ເຮືອສະປີດໂບດຖືກໄຟໄໝ້ເສຍຫາຍທັງໝົດ 22 ລຳ. ເຈົ້າໜ້າທີ່ຕ້ອງໃຊ້ເວລາສີດນ້ຳສະກັດກັ້ນຈົນຮອດເຊົ້າ ແລະ ໄດ້ນຳລົດຍົກມາເກັບກູ້ຊາກເຮືອຂຶ້ນຝັ່ງເພື່ອເຄຍພື້ນທີ່.
ເຈົ້າຂອງເຮືອຫຼາຍຄົນເຖິງກັບຮ້ອງໄຫ້ ເພາະສູນເສຍລາຍໄດ້ຫຼັກ. ໜຶ່ງໃນເຈົ້າຂອງເຮືອທີ່ເສຍຫາຍ 3 ລຳ (ມູນຄ່າກວ່າ 10 ລ້ານບາດ) ລາວເລົ່າວ່າ: ຕົນເອງ “ໝົດເນື້ອໝົດຕົວ” ເພາະເຮືອບໍ່ໄດ້ເຮັດປະກັນໄພໄວ້, ຊ້ຳຍັງມີໜີ້ສິນ ແລະ ຕ້ອງຍົກເລີກການຈອງຂອງລູກຄ້າທັງໝົດ.
ສ່ວນສາເຫດ: ເບື້ອງຕົ້ນຄາດວ່າເກີດຈາກການລະເບີດໃນເຮືອລຳທຳອິດ, ແຕ່ເຈົ້າໜ້າທີ່ພິສູດຫຼັກຖານກຳລັງເລັ່ງກວດສອບຢ່າງລະອຽດອີກຄັ້ງວ່າເປັນອຸບັດຕິເຫດ ຫຼື ມີສາເຫດອື່ນແອບແຝງ ຫຼື ບໍ່.
ການຊ່ວຍເຫຼືອ: ທ່ານເຈົ້າແຂວງ ພູເກັດ ໄດ້ລົງພື້ນທີ່ສັ່ງການໃຫ້ການຊ່ວຍເຫຼືອຜູ້ປະກອບການ ແລະ ຕັ້ງສູນຮັບແຈ້ງຄວາມຮ້ອງທຸກຢູ່ບໍລິເວນຈຸດເກີດເຫດແລ້ວ.
ເພຈ Lao Youth Radio FM90.0MHz ຕ້ອງຂໍສະແດງຄວາມເສຍໃຈກັບເຫດການທີ່ເກີດຂຶ້ນ ແລະ ຂໍເປັນກຳລັງໃຈໃຫ້ຜູ້ປະກອບການທຸກທ່ານ, ເຫດການນີ້ຖືເປັນບົດຮຽນໃຫຍ່ເລື່ອງການເຮັດປະກັນໄພ ແລະ ລະບົບປ້ອງກັນໄຟໄໝ້ໃນເຮືອ.”
ທີ່ມາ: ໂທລະພາບຊ່ອງ 7 (ໄທ).
ແປ ແລະ ຮຽບຮຽງໂດຍ Lao Youth Radio FM90.0MHz.

