ສື່ສັງຄົມອອນລາຍ ແມ່ນເຄື່ອງມືທີ່ຊົງພະລັງໃນການເຊື່ອມຕໍ່ພົວພັນກັນ ແຕ່ໃນຂະນະດຽວກັນ ມັນກໍເປັນການບັນທຶກຂໍ້ມູນດິຈິຕອນແບບຖາວອນ. ການແບ່ງປັນຂໍ້ມູນທີ່ບໍ່ຖືກຕ້ອງ ຫຼື ບໍ່ເໝາະສົມ ອາດນຳໄປສູ່ການຖືກລັກຂໍ້ມູນຕົວຕົນ ຄວາມສ່ຽງດ້ານຄວາມປອດໄພ ຫຼື ສ້າງຄວາມເສຍຫາຍຕໍ່ໜ້າທີ່ການງານຂອງທ່ານໄດ້.
ແລະ ນີ້ຄືໝວດໝູ່ຂໍ້ມູນສຳຄັນທີ່ທ່ານ ບໍ່ຄວນ ໂພສລົງໃນສື່ສັງຄົມອອນລາຍເດັດຂາດ:
1. ຂໍ້ມູນສ່ວນຕົວ
ອາຊະຍາກອນທາງໄຊເບີສາມາດນຳເອົາລາຍລະອຽດເລັກໆນ້ອຍໆມາປະກອບກັນເພື່ອປອມແປງຕົວຕົນຂອງທ່ານໄດ້. ສິ່ງທີ່ຄວນຫຼີກລ່ຽງມີດັ່ງນີ້:
* ທີ່ຢູ່ອາໄສ ແລະ ເບີໂທລະສັບ: ສິ່ງນີ້ເປັນການເຊື້ອເຊີນພວກສະກົດຮອຍ (Stalkers) ແລະ ພວກລັກຂໍ້ມູນຕົວຕົນ.
* ຮູບພາບເອກະສານທາງການ: ຫ້າມໂພສຮູບໃບຂັບຂີ່, ໜັງສືຜ່ານແດນ (Passport) ຫຼື ບັດພະນັກງານເດັດຂາດ.
* ວັນເດືອນປີເກີດ ແລະ ຄຳຕອບຂອງຄຳຖາມຄວາມປອດໄພລາຍລະອຽດເຊັ່ນ: ນາມສະກຸນເດີມຂອງແມ່ ຫຼື ຊື່ສັດລ້ຽງໂຕທຳອິດ ມັກຈະຖືກນຳໄປໃຊ້ເພື່ອປ່ຽນລະຫັດຜ່ານບັນຊີທະນາຄານ.
2. ຂໍ້ມູນການເດີນທາງ ແລະ ສະຖານທີ່ແບບ Real-Time
* ແຜນການໄປທ່ຽວ: ການໂພສວ່າ “ຈະໄປຍີ່ປຸ່ນ 2 ອາທິດ” ເປັນການບອກພວກໂຈນໃຫ້ຮູ້ທັນທີວ່າເຮືອນຂອງທ່ານຈະບໍ່ມີຄົນຢູ່ຊ່ວງໃດ.
* ການເຊັກອິນແບບສົດໆ: ການແທັກສະຖານທີ່ຮ້ານອາຫານ ຫຼື ໂຮງຢິມທີ່ທ່ານຢູ່ຕອນນັ້ນ ເຮັດໃຫ້ຄົນອື່ນສາມາດຕິດຕາມກິດຈະວັດປະຈຳວັນ ແລະ ການເຄື່ອນໄຫວຂອງທ່ານໄດ້.
* ຮູບປີ້ຍົນ: ບາໂຄດ (Barcode) ໃນປີ້ຍົນມີຂໍ້ມູນທີ່ລະອຽດອ່ອນ ເຊິ່ງແຮັກເກີສາມາດໃຊ້ເພື່ອເຂົ້າເຖິງຂໍ້ມູນການເດີນທາງຂອງທ່ານໄດ້.
3. ເລື່ອງສ່ວນຕົວໃນບ່ອນເຮັດວຽກ
* ການຈົ່ມເຖິງຫົວໜ້າ ຫຼື ບໍລິສັດ: ເຖິງວ່າບັນຊີຂອງທ່ານຈະຕັ້ງເປັນ “ສ່ວນຕົວ” ແຕ່ຮູບທີ່ຖືກແຄັບໜ້າຈໍໄປກໍສາມາດສົ່ງເຖິງຝ່າຍບຸກຄົນ (HR) ໄດ້ງ່າຍໆ. ນີ້ແມ່ນວິທີທີ່ເຮັດໃຫ້ຖືກໄລ່ອອກໄວທີ່ສຸດ.
* ໂຄງການລັບຂອງບໍລິສັດ: ການແຊຣ໌ຮູບ “ເບື້ອງຫຼັງ” ຂອງສິນຄ້າທີ່ຍັງບໍ່ທັນເປີດຕົວ ຫຼື ຂໍ້ມູນລູກຄ້າ ອາດນຳໄປສູ່ການຮ້ອງຟ້ອງທາງກົດໝາຍໄດ້.
4. ລາຍລະອຽດທາງການເງິນ
* ການຊື້ຂອງລາຄາແພງ ຫຼື ຍອດເງິນໃນບັນຊີ: ການ “ອວດລວຍ” ເຮັດໃຫ້ທ່ານຕົກເປັນເປົ້າໝາຍຂອງມິດສາຊີບ ແລະ ອາດສ້າງຄວາມບໍ່ພໍໃຈໃນໝູ່ເພື່ອນ.
* ບັດເຄຣດິດ/ເດບິດ: ເຖິງວ່າຮູບຈະເບລີກໍຕາມ ແຕ່ມັນກໍພຽງພໍທີ່ຈະໃຫ້ມິດສາຊີບພະຍາຍາມລັກໃຊ້ເງິນໃນບັດຂອງທ່ານໄດ້.
5. ຂໍ້ມູນທີ່ລະອຽດອ່ອນຂອງຄົນອື່ນ
* ຮູບພາບເດັກນ້ອຍ: ຄວນປົກປ້ອງຄວາມເປັນສ່ວນຕົວຂອງເດັກ ຫຼີກລ່ຽງການໂພສຮູບເດັກນ້ອຍໃນຊຸດນັກຮຽນ ຫຼື ສະຖານທີ່ສະເພາະເຈາະຈົງທີ່ບອກໃຫ້ຮູ້ວ່າເຂົາເຈົ້າໃຊ້ເວລາຢູ່ໃສ.
* ບົດສົນທະນາສ່ວນຕົວ: ການແຊຣ໌ຮູບແຄັບໜ້າຈໍຈາກແຊັດສ່ວນຕົວ ເປັນການທຳລາຍຄວາມເຊື່ອໃຈ ແລະ ອາດນຳໄປສູ່ຄວາມຂັດແຍ້ງທາງສັງຄົມ ຫຼື ກົດໝາຍ.
6. ຂໍ້ມູນທີ່ “ຫຼາຍເກີນໄປ” (TMI – Too Much Information)
* ດຣາມ່າເລື່ອງຄວາມສຳພັນ: ການເອົາເລື່ອງເນົ່າໃນຄອບຄົວມາເວົ້າ ຫຼື ໂພສສະເຕຕັດເສົ້າໆ ແບບມີເລັບລັບເພື່ອຮຽກຮ້ອງຄວາມສົນໃຈ ມັກຈະເຮັດໃຫ້ທ່ານເບິ່ງເປັນຄົນທີ່ບໍ່ມີຄວາມໝັ້ນຄົງທາງອາລົມໃນສາຍຕາຂອງນາຍຈ້າງໃນອະນາຄົດ.
* ກິດຈະກຳທີ່ຜິດກົດໝາຍ: ການໂພສຮູບຕົນເອງໃນຂະນະທີ່ກຳລັງເຮັດສິ່ງທີ່ຜິດກົດໝາຍ ຫຼື ພຶດຕິກຳທີ່ສ່ຽງອັນຕະລາຍ ຈະກາຍເປັນຫຼັກຖານຜູກມັດຕົວທ່ານຕະຫຼອດໄປ.
ທີ່ມາ: StaySafeOnline

