ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວາງເປົ້າໝາຍສູ້ຊົນໃນໄລຍະ 5 ປີຕໍ່ໜ້າ ໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍ ບໍ່ຕໍ່າກວ່າ 6% ຕໍ່ປີ, ເພື່ອຜັກດັນການຟື້ນຟູແລະການເຕີບໂຕທາງເສດຖະກິດໃຫ້ມີຄວາມຕໍ່ເນື່ອງ ແລະ ຍືນຍົງ.
ຕາມບົດລາຍງານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ລະບຸວ່າ ໃນໄລຍະ 5 ປີຜ່ານມາ (2021–2025) ເສດຖະກິດລາວຂະຫຍາຍຕົວສະເລ່ຍ 4,24% ຕໍ່ປີ, ສູງກວ່າເປົ້າໝາຍທີ່ວາງໄວ້ 4%.
ໃນໄລຍະດຽວກັນ GDP ຕໍ່ຫົວຄົນ ບັນລຸໄດ້ 2.138 ໂດລາສະຫະລັດ ໃນຂະນະທີ່ GNI ຕໍ່ຫົວຄົນ ຢູ່ທີ່ 1.985 ໂດລາສະຫະລັດ, ຊຶ່ງຍັງຕໍ່າກວ່າແຜນການທີ່ກໍານົດໄວ້.
ຜົນການເຕີບໂຕດັ່ງກ່າວ ເກີດຈາກການສຸມໃສ່ປະຕິບັດມາດຕະການຟື້ນຟູເສດຖະກິດຫຼາຍດ້ານ ໂດຍສະເພາະ ການເປີດປະເທດຄືນໃໝ່ຫຼັງການລະບາດຂອງໂຄວິດ-19, ການຊຸກຍູ້ການຜະລິດເພື່ອທົດແທນການນໍາເຂົ້າ, ການສົ່ງເສີມການສົ່ງອອກ, ການປ່ອຍສິນເຊື່ອເພື່ອຟື້ນຟູເສດຖະກິດ, ການພັດທະນາແຮ່ທາດ, ການທ່ອງທ່ຽວ ແລະ ການປັບປຸງລະບົບຂົນສົ່ງພາຍໃນ–ຕ່າງປະເທດ.
ໂຄງສ້າງເສດຖະກິດໃນໄລຍະ 5 ປີຜ່ານມາ ປະກອບມີ ຂະແໜງກະສິກຳ ຂະຫຍາຍຕົວສະເລ່ຍ 2,9% ກວມ 19,4% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4,7% ກວມ 32,5%, ຂະແໜງບໍລິການ ຂະຫຍາຍຕົວ 4,5% ກວມ 36,6% ແລະ ຂະແໜງພາສີ–ອາກອນ ຂະຫຍາຍຕົວ 3,8% ກວມ 11,5% ຂອງ GDP.
ສໍາລັບແຜນ 5 ປີຂ້າງໜ້າ (2026–2030) ລັດຖະບານຕັ້ງເປົ້າໃຫ້ GDP ຕໍ່ຫົວຄົນ ເພີ່ມຂຶ້ນເຖິງ 3.104 ໂດລາສະຫະລັດ ແລະ GNI ຕໍ່ຫົວຄົນ 2.914 ໂດລາສະຫະລັດ ໃນປີ 2030, ໂດຍຄາດໃຫ້ຂະແໜງບໍລິການເປັນແຮງຂັບເຄື່ອນຫຼັກ ດ້ວຍອັດຕາຂະຫຍາຍຕົວ 7,1%, ຕາມດ້ວຍຂະແໜງອຸດສາຫະກຳ 5,7% ແລະ ກະສິກຳ 4,1%.
ທີ່ມາ: ວຽງຈັນໃໝ່

