ມອບຮັບໜ້າທີ່ ທ່ານຄຳພັນ ສິດທິດຳພາ ເຈົ້າແຂວງ (ຜູ້ເກົ່າ) ທ່ານພູວົງ ບຸນຊູ ປະທານຄະນະກຳມະການປົກຄອງແຂວງວຽງຈັນ (ຜູ້ໃຫມ່)

ໃນຕອນເຊົ້າຂອງວັນທີ 24 ທັນວາ 2025 ອົງການປົກຄອງແຂວງວຽງຈັນ ໄດ້ຈັດພິທີ ມອບ-ຮັບໜ້າທີ່ ລະຫວ່າງ ເຈົ້າແຂວງວຽງຈັນ (ຜູ້ເກົ່າ) ແລະ ປະທານຄະນະກຳມະການປົກຄອງແຂວງວຽງຈັນ (ຜູ້ໃໝ່), ພ້ອມທັງປະກາດການຈັດຕັ້ງຂັ້ນແຂວງ ອີກຈຳນວນໜຶ່ງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນການພັກ,ປະທານຄະນະກວດກາສູນກາງພັກ, ປະທານອົງການແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ, ພ້ອມດ້ວຍການນຳພັກ-ລັດຂັ້ນແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການ, ກົມກອງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເຈົ້າແຂວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະທີ່ຕົນເອງໄດ້ຮັບໜ້າທີ່ເປັນເຈົ້າແຂວງວຽງຈັນ ໃນໄລຍະ ຜ່ານມາ. ຫຼັງຈາກນັ້ນ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການອະນຸມັດໃຫ້ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເຈົ້າແຂວງວຽງຈັນ ອອກພັກການຮັບອຸດໜູນບຳນານ, ຜ່ານດຳລັດຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ທ່ານ ພູວົງ ບຸນຊູ ຮອງເລຂາພັກແຂວງ ເປັນ ປະທານຄະນະກຳມະການປົກຄອງແຂວງວຽງຈັນ ແລະ ຜ່ານມະຕິຕົກລົງຂອງເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູນກາງຄຸ້ມຄອງ ອອກພັກການຮັບອຸດໜູນບຳນານຈຳນວນ 5 ທ່ານຄື:

1. ທ່ານ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ.

2. ທ່ານ ດາວເຮືອງ ນັນທາວົງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງວຽງຈັນ.

3. ທ່ານ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ.

4. ທ່ານ ເທບພະໄທ ແກ້ວເຂັມເພັດ ຄະນະປະຈຳພັກແຂວງ, ປະທານອົງການແນວລາວສ້າງຊາດແຂວງວຽງຈັນ.

5. ທ່ານ ສົມດີ ແກ້ວດາລາວິນ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກແຂວງວຽງຈັນ.

ຫຼັງຈາກນັ້ນກໍ່ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ (ຜູ້ເກົ່າ) ແລະ ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງແຂວງວຽງຈັນ (ຜູ້ໃໝ່).

ຂໍ້ມູນ: ແຂວງວຽງຈັນໂພສ໌

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles