ຜູ້ຊ່ຽວຊານດ້ານສະໝອງ ແລະ ລະບົບປະສາດ ໄດ້ອອກມາເຕືອນວ່າ: ອາການອົກຫັກ ຫຼື ໂສກເສົ້າຊ້ຳເຮື້ອ ນອກຈາກຈະສົ່ງຜົນຕໍ່ຄວາມຮູ້ສຶກແລ້ວ, ຍັງສົ່ງຜົນກະທົບໂດຍກົງ ຕໍ່ສຸຂະພາບຫົວໃຈ ແລະ ຫຼອດເລືອດ. ໂດຍສະເພາະ, ຫາກມີອາການໂສກເສົ້າ ຫຼື ຄິດຫຼາຍ ຕໍ່ເນື່ອງກັນເກີນ 6 ເດືອນ; ຮ່າງກາຍຈະຢູ່ໃນພາວະ ທີ່ມີຄວາມຄຽດສະສົມ ເຮັດໃຫ້ຫົວໃຈເຮັດວຽກໜັກຜິດປົກກະຕິ ສ່ຽງຕໍ່ອາການຫົວໃຈວາຍ, ຫຼອດເລືອດສະໝອງຕີບ ແລະ ພາວະຫົວໃຈລົ້ນເຫຼວໃນອະນາຄົດ.
ເຊິ່ງສອດຄ່ອງ ກັບຜົນການສຶກສາຈາກ Massachusetts General Hospital ກ່າວວ່າ: ໃນກຸ່ມປະຊາກອນຜູ້ໃຫຍ່ 85,500 ຄົນ, ຫາກມີອາການໂສກເສົ້າ ຫຼື ຄິດຫຼາຍ ຈະມີຄວາມສ່ຽງເປັນພະຍາດຫົວໃຈສູງກວ່າຄົນທົ່ວໄປ ໂດຍສະເພາະຫາກມີສອງອາການຄວບຄູ່ກັນ ຄວາມສ່ຽງຈະເພີ່ມສູງເຖິງ 36% ໂດຍມີສາເຫດມາຈາກ ສະໝອງໃນສ່ວນຄວບຄຸມຄວາມຮູ້ສຶກ ເຮັດວຽກຫຼາຍເກີນໄປ ສົ່ງຜົນໃຫ້ຮ່າງກາຍ ຢູ່ໃນພາວະທີ່ມີຄວາມຄຽດຕະຫຼອດເວລາ ພາໃຫ້ເກີດອາການອັກເສບຊ້ຳເຮື້ອ ໃນຫຼອດເລືອດ.
ເຖິງຈະເປັນສິ່ງທີ່ຫຼາຍຄົນ ພົບພໍ້ໃນຊິວິດ ແລະ ປະຕິເສດໄດ້ຍາກ ແຕ່ຜູ້ຊ່ຽວຊານ ກໍໄດ້ຮຽກຮ້ອງໃຫ້ທຸກຄົນ ເບິ່ງແຍງສຸຂະພາບຈິດໃຈ ຄຽງຄູ່ກັບຮ່າງກາຍ ເຊັ່ນ: ການຍ່າງຊ້າໆ, ໂອ້ລົມ, ສົນທະນາ ເພື່ອລະບາຍຄວາມຮູ້ສຶກກັບຄົນໃກ້ໂຕ, ຫຼຸດຜ່ອນການໃຊ້ສື່ອອນລາຍນ໌ ແລະ ພັກຜ່ອນໃຫ້ພຽງພໍ ເນື່ອງຈາກການເບິ່ງແຍງສຸຂະພາບທາງໃຈໃຫ້ເຂັ້ມແຂງ ຄືຫຼັກປະຕິບັດສຳຄັນ ໃນການຮັກສາຫົວໃຈ ໄລຍະຍາວ.
ທີ່ມາ: TNN.

