ທຳລາຍລະເບີດບອມໃຫຍ່ 500 ປອນ ໃກ້ເຂດຊາຍແດນ ລາວ – ຫວຽດນາມ

ຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຫ້ອງການ ຄຊກລ) ຮ່ວມກັບອໍານາດການປົກຄອງແຂວງສະຫວັນນະເຂດ ໄດ້ຈັດການທຳລາຍລະເບີດບໍ່ທັນແຕກ ຂະໜາດໃຫຍ່ ນໍ້າໜັກ 500 ປອນ (ປະມານ 226.7 ກິໂລກຣາມ) ສຳເລັດຜົນດ້ວຍຄວາມປອດໄພສູງສຸດ.

ລະເບີດດັ່ງກ່າວຖືກພົບເຫັນໃນເຂດຊົນນະບົດ ໃກ້ຊາຍແດນລາວ–ຫວຽດນາມ ໂດຍປະຊາຊົນທ້ອງຖິ່ນ ຄື ທ້າວ ວິໄລມົນ ບ້ານແດນວິໄລ ເມືອງນອງ ແລະ ໄດ້ແຈ້ງຕໍ່ອໍານາດການປົກຄອງທັນທີໃນວັນທີ 05 ທັນວາ 2025.

ພາຍຫຼັງການແຈ້ງການ, ອົງການ The HALO Trust ເຊິ່ງເປັນອົງການປະຕິບັດງານກວດກູ້ລະເບີດປະຈໍາຢູ່ແຂວງສະຫວັນນະເຂດ ໄດ້ເຂົ້າກວດສອບຢ່າງລະອຽດ ແລະ ຢັ້ງຢືນວ່າ ເປັນລະເບີດປະເພດ MK82 ຂະໜາດ 500 ປອນ ມີຫົວຟິວ M904 ແລະ ຟິວກົ້ນ MK344 ເຊິ່ງຢູ່ໃນສະພາບປອດໄພຕໍ່ການເຄື່ອນຍ້າຍ. ຂໍ້ມູນດັ່ງກ່າວໄດ້ຖືກລາຍງານຕໍ່ອໍານາດການຂັ້ນແຂວງ ແລະ ສູນກາງ ໃນວັນທີ 08 ທັນວາ 2025 ເພື່ອວາງແຜນການທຳລາຍໂດຍດ່ວນ.

ໃນການດໍາເນີນງານຄັ້ງນີ້, ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການ ຄຊກລ ໄດ້ເດີນທາງລົງກວດກາສະຖານທີ່ດ້ວຍຕົນເອງ ເພື່ອຊີ້ນຳ ແລະ ກວດກາຂັ້ນຕອນສຸດທ້າຍ ກ່ອນດຳເນີນການທຳລາຍລະເບີດ ໂດຍຜ່ານລະບົບຄວບຄຸມທາງໄກ ຊຶ່ງການທຳລາຍໄດ້ດຳເນີນໄປຢ່າງຮຽບຮ້ອຍ ແລະ ປອດໄພຕາມແຜນທີ່ກຳນົດໄວ້.

ອໍານາດການປົກຄອງແຂວງສະຫວັນນະເຂດ ໄດ້ກ່າວຢືນຢັນວ່າ ການລາຍງານຢ່າງທັນເວລາຂອງປະຊາຊົນ ແລະ ການປະສານງານຢ່າງໃກ້ຊິດລະຫວ່າງທ້ອງຖິ່ນ, ອໍານາດການຂັ້ນກາງ, ຫ້ອງການ ຄຊກລ ແລະ ອົງການ The HALO Trust ແມ່ນປັດໃຈສຳຄັນໃນການປ້ອງກັນອຸບັດຕິເຫດຈາກລະເບີດບໍ່ທັນແຕກ.

ການທຳລາຍລະເບີດຂະໜາດໃຫຍ່ໃນຄັ້ງນີ້ ຖືກຖືວ່າເປັນບາດກ້າວສຳຄັນໃນການບັນລຸເປົ້າໝາຍແຫ່ງຊາດ ດ້ານການເກັບກູ້ ລບຕ ແລະ ການປົດປ່ອຍທີ່ດິນໃຫ້ສາມາດນຳໃຊ້ໃນການກະສິກຳ ແລະ ການພັດທະນາໂຄງລ່າງພື້ນຖານ ອັນຈະຊ່ວຍຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃນພື້ນທີ່ຢ່າງຍືນຍົງ.

ທີ່ມາ: ຂ່າວສານ ຫ້ອງການ ຄຊກລ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles