30 C
Vientiane
Friday, January 16, 2026

ແຈ້ງທຶນການສຶກສາຈາກວິທະຍາໄລສົງຂາ ປະເທດໄທ ປະຈຳປີ 2026

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ ແລະ ປວງຊົນ ຊາບວ່າ:

Songkla University ປະເທດ ໄທ ສະເໜີໃຫ້ທຶນການສຶກສາແກ່ ສປປ ລາວ ຜູ້ທີ່ມີຈຸດປະສົງຢາກໄປສຶກສາຕໍ່ໃນ ລະດັບ ຫຼັງປະລິນຍາເອກ (Post Doctoral) ຫຼັກສູດການຮຽນ – ການສອນ ເປັນພາສາ ໄທ – ພາສາອັງກິດ ພາຍໃຕ້ທຶນການສຶກສາ Songkla University.

1. ເງື່ອນໄຂຂອງຜູ້ສະໝັກ

– ຜູ້ສະໝັກຕ້ອງຈົບ ປະລິນຍາເອກ ກ່ອນປີ 2020;

– ເປັນພົນລະເມືອງລາວ/ຖືສັນຊາດລາວ ອາຍຸບໍ່ເກີນ 45 ປີ;

ສໍາເນົາໃບປະກາສະນີຍະບັດໃບຄະແນນຈົບຕາມລະດັບປະລິນຍາເອກຂອງການສະໝັກ ແລະ ສຳເນົາ Passport.

II. ນະໂຍບາຍທີ່ຈະໄດ້ຮັບ

– ເບ້ຍລ້ຽງ 31,500 ບາດ ແລະ ເງິນອຸດໜູນ 3,500 ບາດ/ ເດືອນ;

– ເງິນເພີ່ມເຕີມສໍາລັບຜູ້ຮຽນດີ 5000 ບາດ/ເດືອນ;

– ຄ່າປີ້ຍົນໄປ – ກັບ ລະຫວ່າງປະເທດ.

III. ວິທີສະໝັກ

– ສ່ວນຂໍ້ມູນລາຍລະອຽດ ແລະ ສາຂາວິຊາຮຽນ, ໃຫ້ຜູ້ທີ່ສົນໃຈສະໝັກເຂົ້າເບິ່ງທີ່ເວັບໄຊ ກ້ອງຄອມເມັ້ນ.

ໄລຍະຄື:

– ໄລຍະທີ 1: ວັນທີ 01 ຕຸລາ 2025 – 31 ມິຖຸນາ 2026;

– ໄລຍະທີ 2: ວັນທີ 01 ກຸມພາ – 31 ພຶດສະພາ 2026;

– ໄລຍະທີ 3: ວັນທີ 01 ມິຖຸນາ – 30 ກັນຍາ 2026.

ຫຼັງຈາກທີ່ທ່ານຖືກຄັດເລືອກຈາກຜູ້ໃຫ້ທຶນ ແລະ ໄດ້ຮັບທຶນການສຶກສາ, ສະເໜີໃຫ້ທ່ານພົວພັນເອົາເອກະ ສານ ເພື່ອດໍາເນີນການອອກຂໍ້ຕົກລົງອະນຸມັດໃຫ້ໄປສຶກສາຕໍ່ທີ່ຕ່າງປະເທດຕາມລະບຽບຫຼັກການ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທົ່ວປວງຊົນເພື່ອຊາບ ແລະ ດໍາເນີນການສະໝັກໃຫ້ທັນເວລາດ້ວຍ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles