ຂົວມິດຕະພາບລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ສຳເລັດ 100% ກຽມເປີດນຳໃຊ້ ວັນທີ 25 ທັນວາ 2025 ນີ້

ທ່ານ ວັດທະນາ ພັນດານຸວົງ ໄດ້ລາຍງານໃຫ້ຄະນະຮູ້ວ່າ: ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຊຶ່ງເຊື່ອມຕໍ່ລະຫວ່າງ ແຂວງບໍລິຄຳໄຊ ສປປ ລາວ ກັບ ແຂວງບຶງການ ລາຊະອານາຈັກໄທ ໄດ້ດຳເນີນການສຳເລັດແລ້ວ 100% ແລະ ມີກຳນົດເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 25 ທັນວາ 2025, ປະຈຸບັນ ໂຄງການດັ່ງກ່າວກຳລັງຢູ່ໃນຂັ້ນຕອນການກະກຽມທົດລອງລະບົບການບໍລິການຕ່າງໆ ເຊັ່ນ: ລະບົບເຄື່ອງສະແກນ, ລະບົບການລົງທະບຽນ ແລະ ການຍື່ນເອກະສານ ເພື່ອໃຫ້ການໃຫ້ບໍລິການເປັນໄປຢ່າງຮຽບຮ້ອຍ ແລະ ມີປະສິດທິຜົນສູງສຸດ.

ສຳລັບຂົວມິດຕະພາບລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ–ບຶງການ) ມີຄວາມຍາວທັງໝົດ 1,350 ແມັດ, ເບື້ອງລາວຍາວ 535 ແມັດ, ເບື້ອງໄທຍາວ 815 ແມັດ, ຄວາມກວ້າງ 17,40 ແມັດ, ມີ 2 ຊ່ອງຈະລາຈອນ, ມີດອນກາງທາງ ແລະ ມີທາງຄົນຍ່າງທັງສອງເບື້ອງ. ໂຄງສ້າງໄລຍະເທິງບົກເປັນຂົວເບຕົງອັດແຮງ ແລະ ໄລຍະກາງນ້ຳເປັນຂົວແຂວນຄຶ່ງດ້ວຍສາຍກາບ ມີຄວາມຄືບໜ້າໂຄງການລວມ 100%.

ການສ້າງສຳເລັດຂົວແຫ່ງນີ້ ຈະເປັນອີກກ້າວສຳຄັນໃນການເສີມສ້າງການເຊື່ອມໂຍງດ້ານການຄ້າ, ການຂົນສົ່ງ, ການທ່ອງທ່ຽວ ແລະ ການພັດທະນາເສດຖະກິດ–ສັງຄົມ ລະຫວ່າງສອງປະເທດ ໃຫ້ເຕີບໂຕຢ່າງຍືນຍົງ.

ທີ່ມາ: ເສດຖະກິດສັງຄົມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles